TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ທ່ານ ເຊເລັນສກີ ຮຽກຮ້ອງໃຫ້ມີການຢຸດຍິງ ທີ່ຍາວກວ່າເກົ່າ ໃນເມືອງ ມາຣິອູໂປລ ຂະນະທີ່ ຣັດເຊຍ ສັນຍາການຢຸດຍິງໃນຕອນກາງເວັນ, ອົງການກອງທຶນເດັກສາກົນ ເວົ້າວ່າ 17 ເປີເຊັນ ຂອງໂຮງຮຽນຢູເຄຣນ ທີ່ຕົນຊ່ວຍເຫລືອ ແມ່ນ 'ເສຍຫາຍ ຫລືບໍ່ກໍຖືກທຳລາຍ' ແລະຝຣັ່ງ ແລະ ອິນເດຍ ຮຽກຮ້ອງການສິ້ນສຸດ ພາວະສົງຄາມໃນຢູເຄຣນ.