TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບມື້ນີມີ: ມີການສູ້ລົບຢ່າງດຸເດືອດ ຢູ່ເຂດເມືອງເຄີຊອນ ທາງພາກໃຕ້ຂອງຢູເຄຣນ ໃນວັນອັງຄານວານນີ້, ທີມງານບັນດານັກກວດກາຈາກອົງການສະຫະປະຊາຊາດ ພວມເດີນທາງໄປຍັງໂຮງງານໄຟຟ້ານິວເຄລຍ ຊາໂປຣີສເຊຍ ຂອງຢູເຄຣນ, ອົງການສະຫະປະຊາຊາດ ໄດ້ຮ້ອງຂໍເງິນ 160 ລ້ານໂດລາ ເພື່ອຊ່ອຍເຫຼືອປາກິສຖານ ຮັບມືກັບໄພນ້ຳຖ້ວມກະທັນຫັນທີ່ຮ້າຍແຮງທົ່ວປະເທດ.