TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບແລງວັນ: ສະຫະພາບຢູໂຣບ ຕົກລົງເຫັນດີ ທີ່ຈະຫ້າມການນຳເຂົ້ານ້ຳມັນຂອງຣັດເຊຍ ໂດຍສ່ວນໃຫຍ່, ນັກຂ່າວຝຣັ່ງ ອາຍຸ 32 ປີ ເສຍຊີວິດ ຢູ່ໃນປະເທດຢູເຄຣນ ແລະປະທານາທິບໍ ໂຈ ໄບເດັນ ວ່າ ເລື້ອງການຍິງສັງຫານໝູ່ນັ້ນ ແມ່ນແຕ່ພວກຝ່າຍຄ້ານ ຕໍ່ການຄວບຄຸມປືນ ກໍຢາກໃຫ້ມີການຫລຸດຜ່ອນໃໝ່