TV Schedule
໑໙:໓໐ - ໒໐:໐໐
ລາຍການວິທະຍຸ-ໂທລະພາບ ວີໂອເອ ລາວ ສຳລັບວັນທີ 31 ມັງກອນ 2025
ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ສືບຕໍ່ພາລະກິດກອບກູ້ ແລະດໍາເນີນການສືບສວນ ເຫດການອຸບັດຕິເຫດຂອງເຮືອບິນ ໃນນະຄອນຫຼວງວໍຊິງຕັນ, ນັກສະເກັດໄວໜຸ່ມ, ກຸ່ມນັກລ່າສັດ ແລະບັນດານັກສຶກສາ ແມ່ນລວມຢູ່ໃນບັນດາຜູ້ເຄາະຮ້າຍຂອງອຸບັດຕິເຫດທາງອາກາດ, ແລະ ອຸບັດຕິເຫດໃນນະຄອນຫຼວງວໍຊິງຕັນ ໄດ້ທໍາລາຍສະຖິຕິດ້ານຄວາມປອດໄພຂອງການບິນສະຫະລັດ ທີ່ມີມາຍາວນານ.