TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ແລະລາຍງານ. ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ບັນດາຜູ້ນຳອົງການ NATO ຈັດກອງປະຊຸມສຸດຍອດ ວັນສຸດທ້າຍ, ຜູ້ນຳຂອງ ສຫລ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ສະແດງຄວາມເປັນຫ່ວງ ກ່ຽວກັບ ການຮຸກຮານຂອງເກົາຫຼີເໜືອ ແລະ ທ່ານ ໄບເດັນ ຂອບໃຈປະທານາທິບໍດີ ເທີກີ ສຳລັບການຍົກເລີກການຄັດຄ້ານ ສວີເດັນ ແລະ ຟິນແລນ ເພື່ອຂໍເຂົ້າອົງການ NATO.