ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີ: ຣັດເຊຍ ກ່າວວ່າ ທະຫານ 63 ຄົນຂອງຕົນ ຖືກຂ້າຕາຍ ໃນການໂຈມຕີທາງອາກາດດ້ວຍລູກສອນໄຟຂອງຢູເຄຣນ, ຫຼາຍສິບພັນຄົນ ພາກັນໄວ້ອາໄລໃຫ້ແກ່ ພະສັນຕະປາປາເບເນດິກ ແລະ ສະຫະລັດ ວ່າ ບໍ່ໄດ້ພິຈາລະນາການຊ້ອມລົບທາງດ້ານນິວເຄລຍ ກັບເກົາຫຼີໃຕ້.