ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີ: ຣັດເຊຍ ແນເປົ້າໃສ່ ຢູເຄຣນ ດ້ວຍການລະດົມຍິງລູກສອນໄຟໃສ່, ຮົງກົງຄາດຫວັງວ່າ ຈະມີນັກທ່ອງທ່ຽວ ຫລັ່ງໄຫລຈາກຈີນແຜ່ນດິນໃຫຍ່ ເຂົ້າໄປທ່ຽວ ໃນເມືອງນັ້ນຢ່າງຫລວງຫລາຍ ແລະ ສະຫະລັດ ກຳນົດການບັງຄັບກວດ ໂຄວິດ ຕໍ່ນັກເດີນທາງຈາກ ຈີນ.