TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີ: ຣັດເຊຍ ຍຶດໂຮງງານໄຟຟ້າ ໃນພາກໃຕ້ຂອງ ຢູເຄຣນ, ສະຫະລັດ ໄດ້ສະເໜີຕໍ່ຣັດເຊຍວ່າ ຢາກໃຫ້ມີການແລກປ່ຽນນັກໂທດກັນ ແລະສະພາສູງ ຮັບຜ່ານຮ່າງກົດໝາຍທີ່ສຳຄັນ ເພື່ອແກ້ໄຂການແຂ່ງກັນຂອງ ສະຫະລັດ ກັບ ຈີນ.