TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບແລງວັນອັງຄານ: 1. ສູນການຄ້າ ທີ່ເມືອງແຫ່ງນຶ່ງ ໃນພາກກາງຂອງຢູເຄຣນ ຖືກໂຈມຕີໂດຍລູກສອນໄຟຂອງຣັດເຊຍ, 2. ຣັດເຊຍ ບໍ່ຈ່າຍຄ່າໜີ້ສິນທີ່ຕົກຄ້າງຢູ່ນັ້ນ ໂດຍຖິ້ມໂທດໃສ່ ສະຫະລັດ ຂັດຂວາງການຈ່າຍເງິນ ແລະ 3. ຄະນະກຳມະການສືບສວນ ວັນທີ 6 ມັງກອນ ຈະເປີດການຮັບຟັງຄຳໃຫ້ການ ທີ່ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ ເພື່ອນຳສະເໜີຫຼັກຖານໃໝ່