TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອລາວ
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີ: ທ່ານເຊເລັນສກີ ຂອບໃຈ ກຳລັງທະຫານ ສຳລັບການຕ້ານຢັນຢ່າງເຂັ້ມແຂງ ຂະນະທີ່ກອງກຳ ລັງຂອງຣັດເຊຍ ໜືອອກຈາກເມືອງເຄຣມີນນາ, ນາຍົກອິນເດຍ ອອກສຽງສະໜັບສະໜຸນ ຄວາມພະຍາຍາມ ທີ່ຈະເຮັດໃຫ້ມີສັນຕິພາບ ໃນການໂອ້ລົມກັບ ທ່ານເຊເລນສກີ ຂອງຢູເຄຣນ ແລະ ຊາວຈີນ ມີຄວາມ່ວນຊື່ນໃນການກຽມແຜນເດີນທາງ ໃນຂະນະທີ່ການກັກໂຕສໍາລັບຜູ້ເດີນທາງເຂົ້າປະເທດ ກຽມທີ່ຈະຍຸຕິລົງ.