TV Schedule
໑໙:໓໐ - ໒໐:໐໐
ລາຍການວິທະຍຸ-ໂທລະພາບ ວີໂອເອ ລາວ
ຫົວຂ້ໍຂ່າວສຳຄັນ ສຳລັບແລງມື້ນີ້ ມີດັ່ງນີ້: ອິສຣາແອລ ແລະ ກຸ່ມຮາມາສ ກ້າວເຂົ້າສູ່ວັນສຸດທ້າຍ ຂອງການຢຸດຍິງທ່າມກາງການຜັກດັນ ໃຫ້ມີການຕໍ່ຂໍ້ຕົກລົງ, ປະຊາຊົນຫຼາຍສິບພັນຄົນ ໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງ ຕໍ່ຕ້ານລັດທິຕໍ່ຕ້ານຊາວຢິວ ໃນລອນດອນ ແລະ ອົງການປົກປ້ອງສິດທິມະນຸດ ກ່າວວ່າ ການຍິງຈະຫຼວດຜິດພາດ ເປັນສາເຫດຂອງການລະເບີດທີ່ຮ້າຍແຮງຢູ່ໂຮງໝໍ ກາຊາ.