TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ຫົວຂໍ້ຂ່າວສຳຄັນສຳລັບມື້ນີ້ມີ: ເຈົ້າຄອງນະຄອນຫຼວງ ກີຢິບ ເວົ້າວ່າ ຢູເຄຣນ ແມ່ນກະແຈສຳຄັນ ສຳລັບເສລີພາບໃນໂລກ, ການລົງໂທດທາງເສດຖະກິດ ເຮັດໃຫ້ຊາວຣັດເຊຍ ທີ່ເປັນພວກໂຈມຕີທາງອິນເຕີແນັດ ເພື່ອຮຽກຄ່າໄຖ່ ພົບຄວາມຫຍຸ້ງຍາກ ແລະ ຜູ້ປົກຄອງລັດ ເທັກຊັສ ເວົ້າວ່າ ມືປືນໄດ້ເຕືອນວ່າ ລາວກຳລັງຈະໄປໂຈມຕີໂຮງຮຽນປະຖົມ.