TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ຢູເຄຣນ ປະກາດເຕືອນວ່າ ຈະມີການໂຈມຕີ ທາງອາກາດ ທົ່ວປະເທດຂະນະທີ່ ທ. ເຊເລນສ໌ກີຂໍໃຫ້ສົ່ງ ເຮືອບິນ ແລະ ລູກສອນໄຟໄປຊ່ວຍ, ເມືອງໂອເດຊາ ຂອງຢູເຄຣນ ໄດ້ຊະນະ ສະຖານະພາບ ເມືອງມໍລະດົກໂລກ ເຖິງແມ່ນຈະມີການຄັດຄ້ານຈາກຣັດເຊຍ ກໍ່ຕາມ ແລະ ນັກຊ່ຽວຊານເວົ້າວ່າ ການຊ່ວຍເຫຼືອອາວຸດແກ່ຢູເຄຣນ ໂດຍຜ່ານ ສຫລ ອາດເຮັດໃຫ້ສາຍພົວພັນ ເກົາຫລີໃຕ້ ກັບ ຣັດເຊຍ ຮ້າຍແຮງຂຶ້ນ.