TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບມື້ນີ້ມີ: ຜູ້ນຳ ຢູເຄຣນ ເຕືອນ ກ່ຽວກັບ ການດຳເນີນການຂອງ ຣັດເຊຍ ກ່ອນການສະຫຼອງຄົບຮອບວັນເອກະລາດ, ພວກເຈົ້າໜ້າທີ່ຣັດເຊຍ ກ່າວວ່າ ລູກສາວ ທີ່ເປັນພັນທະມິດ ຂອງປູຕິນຖືກສັງຫານ ດ້ວຍລະເບີດລົດ ແລະ ສະຫະລັດ ຮ່ວມກັບເກົາຫຼີໃຕ້ ເປີດການຊ້ອມລົບ.