TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ຫົວຂໍ້ຂ່າວສຳຄັນສຳລັບມື້ນີ້ມີ: ເມືອງຂອງຢູເຄຣນທີ່ເປັນຈຸດສຸມຂອງການ ສູ້ລົບຢ່າງໜັກນັ້ນ ເຫັນວ່າ 'ອັນໃດກໍຕາມ ທີ່ສາມາດໄໝ້ໄດ້ ແມ່ນຖືກໄຟຈູດເຜົາ ຈົນໝົດ', ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດໄປຢ້ຽມຢາມຢູເຄຣນ ເພື່ອໃຫ້ການສະໜັບສະໜຸນໃນການດຳເນີນຄະດີ ອາຊະຍາ ກຳສົງຄາມ, ສຫລ ເກືອດຫ້າມການໃຊ້ລະເບີດຝັງດິນ ທຳລາຍຄົນ ໂດຍກອງທັບຕົນ ຍົກເວັ້ນ ການໃຊ້ສຳລັບປ້ອງກັນເກົາຫລີໃຕ້.