TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີ: ລັດຖະມົນຕີການຕ່າງປະເທດ ຣັດເຊຍ ເວົ້າວ່າ ມົສກູ ຢາກໄດ້ດິນແດນເພີ່ມເຕີມ, ສະຕີໝາຍເລກນຶ່ງຂອງ ຢູເຄຣນ ຮຽກຮ້ອງສະມາຊິກສະພາ ສະຫະລັດ ສຳລັບລະບົບຕໍ່ຕ້ານລູກສອນໄຟ ແລະ ສະຫະລັດ ເຕືອນ ກ່ຽວກັບ ທ່ານ ປູຕິນ ອາດຫຼົງເຊື່ອ ສຳລັບຄຳເວົ້າຂອງທ່ານເອງ.