TV Schedule
໑໙:໓໐ - ໒໐:໐໐
ລາຍການວິທະຍຸ-ໂທລະພາບ ວີໂອເອ ລາວ
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ຢູເຄຣນ ຮຽກຮ້ອງໃຫ້ພັນທະມິດຕາເວັນຕົກ ສົ່ງລົດຖັງໄປໃຫ້ ແລະສະຫະລັດປະກາດໃຫ້ການຊ່ວຍເຫຼືອຮອບຫຼ້າສຸດ, ສະຫະລັດເຕືອນຈີນ ຢ່າຂ້າມເສັ້ນແດງໃນສົງຄາມຢູເຄຣນ ກ່ອນການໄປຢ້ຽມຢາມຂອງທ່ານບລິງເກັນ ແລະ ມີການຍົກເອົາເລື້ອງຂະຫຍາຍສັນຍາເອບຣາແຮມ ຂຶ້ນມາຫາລືກັນ ໃນລະຫວ່າງການພົບປະຂອງທີ່ປຶກສາທ່ານໄບເດັນ ກັບທ່ານເນຕັນຢາຮູ.