TV Schedule
໑໙:໓໐ - ໒໐:໐໐
ລາຍການວິທະຍຸ-ໂທລະພາບວີໂອເອ ລາວ
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີດັ່ງນີ້: ຂ່າວຫຼ້າສຸດ: ຢູເຄຣນໄດ້ຍິງທຳລາຍລູກສອນໄຟ ຂອງຣັດເຊຍ 15 ລູກແລະເຮືອບິນບໍ່ມີຄົນຂັບ 20 ກວ່າລຳ ໃນການໂຈມຕີເມື່ອຄືນແລ້ວນີ້, ມີການຮຽກຮ້ອງໃຫ້ລັດຖະບານທ່ານໄບເດັນ ສະໜັບສະໜຸນການສ້າງຕັ້ງສານສານພິເສດ ດຳເນີນຄະດີການຮຸກຮານຂອງຣັດເຊຍ ແລະ ສຕາລິງ ຂອງບໍລິສັດ SpaceX ໄດ້ຮັບສັນຍາຈາກທຳນຽບຫ້າແຈ ເພື່ອໃຫ້ບໍລິການດາວທຽມແກ່ຢູເຄຣນ.