TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ສະຫະລັດ ຈະສົ່ງລະບົບຈະຫຼວດທີ່ທັນສະໄໝ ໄປໃຫ້ ຢູເຄຣນ, ຣັດເຊຍ ຍິງປືນໃຫຍ່ຖະລົ່ມເມືອງຊີວີໂຣໂດແນັສ ຢູ່ພາກຕາເວັນອອກຂອງຢູເຄຣນ ແລະອົງການເນໂຕ້ ຫວັງວ່າ ຢູເຄຣນ ຈະໄດ້ໄຊຊະນະໃນສົງຄາມກັບຣັດເຊຍ.