ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ກັນຍາ ໒໐໒໕

TV Schedule

໑໙:໓໐ - ໒໐:໐໐

ລາຍການກະຈາຍສຽງຂອງວີໂອເອ ລາວ

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວ​ຂໍ້​ຂ່າວ​ທີ່​ສຳ​ຄັນ​ສຳ​ລັບ​ມື້ນີ້​ມີ: ສະຫະພາບຢູໂຣບ ມີຄວາມຫວັງ ກ່ຽວກັບ ຂໍ້ຕົກລົງເພື່ອຢຸດກີດກັ້ນ ການສົ່ງອອກອາຫານປະເພດເມັດຂອງ ຢູເຄຣນ, ຕຳຫລວດທີ່ຮັບມືກັບ ການສັງຫານໝູ່ ໃນໂຮງຮຽນ ຢູ່ລັດເທັກຊັສ ຖືກຕຳໜິວ່າ 'ມີຄວາມຫຼົ້ມແຫຼວ ຢ່າງເປັນລະບົບ' ແລະຄະນະກຳມະການ ສືບສວນການກໍ່ຈະລາຈົນ ຢູ່ຫໍລັດຖະສະພາ ສະຫະລັດ ຫວັງຈະໄດ້ເຫັນຂໍ້ຄວາມຂອງ ເຈົ້າໜ້າກຳລັງອາລັກຂາ.

XS
SM
MD
LG