TV Schedule
໑໙:໓໐ - ໒໐:໐໐
ລາຍການວິທະຍຸ-ໂທລະພາບ ວີໂອເອ ລາວ
ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີ: ຫຼາຍລ້ານຄົນບໍ່ມີໄຟຟ້າໃຊ້ ຫຼັງຈາກການໂຈມຕີທາງອາກາດຂອງຣັດເຊຍ ນັ້ນຄືຄຳເວົ້າ ຂອງປະທານາທິບໍດີເຊເລນສກີ, ສາມຄົນຖືກຕັດສິນວ່າມີຄວາມຜິດ ໃນຂະນະທີ່ສານພົບວ່າ ພວກກະບົດເປັນຜູ້ຍິງເຮືອບິນໂດຍສານຂອງມາເລເຊຍ ດ້ວຍລູກສອນໄຟຣັດເຊຍ. ແລະ ຮອງປະທານາທິບໍດີແຮຣິສ ທີ່ພວມມຸ່ງໜ້າໄປເອເຊຍ ຈະຫາລືບັນຫາມຽນມາ ແລະການຂັດແຍ້ງຢູ່ທະເລຈີນໃຕ້.