TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບມື້ນີ້ມີ: ກອງກຳລັງ ຣັດເຊຍ ລະດົມຍິງ ພາກຕາເວັນອອກ ແລະ ພາກໃຕ້ຂອງ ຢູເຄຣນ, ການບູລະນະສ້າງສາຄືນໃໝ່ ໃນຢູເຄຣນ ເລີ້ມຕົ້ນດ້ວຍການຊ່ວຍເຫຼືອ ຂອງເພື່ອນບ້ານ ແລະ ທ່ານ ປູຕິນ ເວົ້າວ່າ ຣັດເຊຍ ກັບ ເກົາຫຼີເໜືອ ຈະຂະ ຫຍາຍສາຍພົວພັນສອງຝ່າຍ.