TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ຂ່າວທີ່ສຳຄັນສຳລັບມື້ນີ້ມີ: ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ ລອຍດ໌ ອອສຕິນ ແມ່ນກຳລັງນຳພາກອງປະຊຸມກັບຄູ່ຕຳແໜ່ງຫລາຍສິບຄົນຈາກປະເທດສະມາຊິກອົງການເນໂຕ, ປະທານາທິບໍດີ ໂຈ ໄບເດັນ ໃນໄວໆນີ້ ຈະເດີນທາງໄປຢ້ຽມຢາມອິສຣາແອລ ເຂດຝັ່ງແມ່ນ້ຳຈໍແດນ ທີ່ເອີ້ນວ່າ West Bank ແລະຊາອຸດີອາຣາເບຍ ເປັນຄັ້ງທຳອິດ ແລະ ໃນຂະນະທີ່ເກົາຫຼີເໜືອປະເຊີນກັບຈຳນວນກໍລະນີ COVID-19 ທີ່ເພີ່ມຂຶ້ນ ການມີພຽງແຕ່ວັກຊີນເທົ່ານັ້ນ ອາດຈະບໍ່ພຽງພໍໃນການເລີ້ມຂະບວນການ ສັກຢາກັນພະຍາດໃນທົ່ວປະເທດ.