TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີ: ສະຫະລັດ ແລະ ອິສຣາແອລ ຈະເຊັນຂໍ້ຕົກລົງດ້ານຄວາມປອດໄພ, ປຶກສາຫາລືການຕອບໂຕ້ ອີຣ່ານ, ຫົວໜ້າອົງການ ສປຊ ກ່າວວ່າ ມີ "ການ ເຫັນພ້ອມນຳກັນແບບກວ້າງຂວາງ" ກ່ຽວກັບການ ສົ່ງອອກອາຫານປະເພດເມັດຂອງຢູເຄຣນ ແລະ ສະຫະລັດ ແລະ ພັນທະມິດ ແນເປົ້າທີ່ຈະຈຳກັດລາຄານ້ຳມັນ ຣັດເຊຍ ເພື່ອຂັດຂວາງການບຸກລຸກ.