TV Schedule
໑໙:໓໐ - ໒໐:໐໐
ລາຍການວິທະຍຸ-ໂທລະພາບ ພາກພາສາລາວ ວັນທີ 14 ກຸມພາ 2024
ຫົວຂໍ້ຂ່າວທີ່ສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ທ່ານໄບເດັນ ກ່າວຕ້ອງຕິທ່ານທຣຳ ສຳລັບຄວາມເຫັນກ່ຽວກັບ NATO, ແລະຊຸກຍູ້ພັກຣີພັບບລີກັນ ຈົ່ງໃຫ້ທຶນແກ່ຢູເຄຣນ, ສະພາສູງ ສະຫະລັດ ອະນຸມັດໂຄງການຊ່ວຍເຫຼືອສຳລັບ ຢູເຄຣນ, ອິສຣາແອລ ແລະ ໄຕ້ຫວັນ; ແລະ ຍັງບໍ່ມີການຕົກລົງ ກ່ຽວກັບແຜນການຢຸດຍິງຊົ່ວຄາວໃໝ່ ໃນເຂດກາຊາ ໃນຂະນະທີ່ຄວາມກັງວົນກ່ຽວກັບເມືອງຣາຟາ ເພີ້ມຂຶ້ນ.