TV Schedule
໑໙:໓໐ - ໒໐:໐໐
ລາຍການວິທະຍຸ-ໂທລະພາບ ວີໂອເອ ລາວ
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ມີການແຕ່ງຕັ້ງໄອຍະການພິເສດ ເພື່ອສືບສວນເບິ່ງເອກກະສານລັບທີ່ພົບເຫັນ ຢູ່ບ້ານພັກຂອງປະທານາທິບໍດີໄບເດັນ, ຢູເຄຣນ ລາຍງານໃຫ້ຊາບວ່າ ຍັງມີການສູ້ລົບກັນຢ່າງໜັກທີ່ເມືອງໂຊເລດາ ນຶ່ງມື້ຫຼັງຈາກທີ່ທັງສອງຝ່າຍຕ່າງກໍອ້າງວ່າ ຕົນເປັນຜູ້ຄວບຄຸມ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ຢ້ຽມຢາມການາດາ ຫຼັງຈາກໄດ້ຢຸດແວ່ທີ່ປະເທດອັງກິດ ກ່ອນມາວໍຊິງຕັນ.