TV Schedule
໑໙:໓໐ - ໒໐:໐໐

ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບມື້ນີ້ມີ: ບັນດາຜູ້ກວດກາຂອງສະຫະປະຊາຊາດ ພ້ອມແລ້ວທີ່ຈະເລີ້ມເຮັດວຽກ ຢູ່ທີ່ໂຮງໄຟຟ້ານິວເຄລຍຂອງຢູເຄຣນ, ເຈົ້າໜ້າທີ່ການທູດລະດັບສູງຂອງອີຢູ ກ່າວວ່າ ສະມາຊິກຂອງກຸ່ມ ເຫັນດີໂຈະ ການອອກວີຊາ ໃຫ້ແກ່ຊາວຣັດເຊຍ ແລະ ຜູ້ພິພາກສາສະຫະລັດ ພວກພິຈາລະນາແຕ່ງຕັ້ງຫົວໜ້າພິເສດ ໃນຄະດີເອກະສານຂອງທ່ານທຣຳ.