TV Schedule
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີ: ການຂົນສົ່ງອາຫານປະເພດເມັດຂອງ ຢູເຄຣນ ອອກຈາກທ່າເຮືອ ໂອເດຊາ ໄດ້ດຳເນີນຕໍ່ໄປ, ຫົວໜ້າຂອງລັດຖະບານທະຫານ ມຽນມາ ຈະຕໍ່ພາວະສຸກເສີນຢູ່ໃນປະເທດອອກໄປອີກຫົກເດືອນ ແລະ ນັກຂ່າວ ຍີ່ປຸ່ນ ຖືກຄວບຄຸມຕົວໃນ ມຽນມາ.