ກຳໜົດອອກອາກາດ
໑໙:໓໐ - ໒໐:໐໐
ລາຍການກະຈາຍສຽງຂອງວີໂອເອ ລາວ: ຊາວອາເມຣິກັນ ຈໍານວນນຶ່ງ ຄອງຄອຍໃຫ້ ສຫລ ຍົກເລີກການລົງໂທດດ້ານວີຊາຕໍ່ລາວ ເພື່ອຈະໄດ້ເອົາຄອບຄົວມາຫາກັນ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ຊາວອາເມຣິກັນ ຈໍານວນນຶ່ງ ຄອງຄອຍໃຫ້ ສຫລ ຍົກເລີກການລົງໂທດດ້ານວີຊາຕໍ່ລາວ ເພື່ອຈະໄດ້ເອົາຄອບຄົວມາຫາກັນ. 2) ວີໂອເອລາວ ສຳພາດຍານາງວົງເດືອນ ມະນີວົງ ນັກອອກແບບກຣາຟິກ ແລະນັກແຕ້ມຮູບຄົນ. 3) ເກົາຫຼີເໜືອ ອອກຄໍາເຕືອນ ໃນການເດີນເຮືອ ທ່າມກາງຄວາມກັງວົນໃນການທົດລອງອາວຸດ ແລະຂ່າວສໍາຄັນອື່ນໆອີກ.