ໃນນະຄອນຫຼວງ ວໍຊິງຕັນ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ອະທິບາຍການຕອບດັ່ງກ່າວຈາກກຸ່ມຫົວຮຸນແຮງວ່າ “ເກີນຈິງ” ແລະ ໄດ້ກ່າວວ່າການເຈລະຈາແມ່ນກຳລັງດຳເນີນຢູ່
ທ່ານເຄີດ ແຄມແບລ ເຂົ້າຮັບໜ້າທີ່ແທນທ່ານນາງເວັນດີ ເຊີແມນ ແລະຈະເປັນນັກການທູດໝາຍເລກ 2 ຮອງຈາກລັດຖະມົນຕີຕ່າງປະເທດ ແອນໂທນີ ບລິງເກັນ
ປະທານສະພາຈາກລິທົວເນຍກ່າວວ່າ ການສືບຕໍ່ໃຫ້ການຊ່ວຍເຫຼືອຢູເຄຣນຂອງສະຫະລັດ ແມ່ນຄວາມໝາຍອັນສໍາຄັນສໍາລັບພາກພື້ນ ອິນໂດ-ປາຊີຟິກ
ອົງການມະນຸດສະທຳຕ່າງໆໄດ້ຊອກຫາເງິນຫຼາຍເປັນປະຫວັດການ 994 ລ້ານໂດລາເພື່ອສະໜັບສະໜູນຄວາມພະຍາຍາມຊ່ວຍເຫຼືອໃນມຽນມາ ໃນປີ 2024
ມາດຕະການເຫຼົ່ານີ້ ແມ່ນແນໃສ່ແຫຼ່ງລາຍໄດ້ ທີ່ສະໜັບສະໜຸນກິດຈະກຳຕ່າງໆ ຕໍ່ຕ້ານພົນລະເຮືອນ ຂອງອຳນາດການປົກຄອງ
ຫົວໜ້ານັກການທູດຂອງສະຫະລັດ ກ່າວວ່າ ວໍຊິງຕັນຈະສືບຕໍ່ ການພົວພັນຢ່າງຂຸ້ນຂ້ຽວ ກັບພາຄີໃນອາຟຣິກາ ໂດຍຫວັງວ່າ ຈະທຳການແກ້ໄຂບັນຫາຂັດແຍ້ງ ໃນລະດັບພູມີພາກ
ເກົາຫຼີເໜືອຍິງລູກສອນໄຟຄຣູສຫຼາຍລູກ ອອກໃສ່ທະເລທາງກ້ຳຕາເວັນຕົກ ບໍ່ເທົ່າໃດມື້ ຫຼັງຈາກໄດ້ທົດລອງ ລູກສອນໄຟລັດສະໝີປານກາງ ທີ່ໃຊ້ເຊື້ອໄຟແຂງ ສາມາດຕິດຕັ້ງຫົວລະເບີດທີ່ໄວກວ່າສຽງ
ຫົວໜ້ານັກການທູດສະຫະລັດ ໄດ້ກ່າວຊົມເຊີຍເຖິງຄວາມສຳພັນທີ່ເຂັ້ມແຂງກັບໄອວໍຣີໂຄສທ໌ ແລະໃຫ້ການຄ້ຳປະກັນ ຕໍ່ຄວາມໝັ້ນໝາຍ ໃນການເປັນພາຄີດ້ານຄວາມໝັ້ນຄົງ ກັບໄນຈີເຣຍ
ທ່ານ ບລິງເກັນ ກ່າວໃນລະຫວ່າງເດີນທາງຢ້ຽມຢາມສີ່ປະເທດ ເຄັບເວີດ, ໄອໂວຣີ ໂຄດທ໌, ໄນຈີເຣຍ ແລະ ອັງໂກລາ ວ່າ 'ພວກເຮົາທຸກຄົນມາລວມໂຕກັນ ເມື່ອເວລາມາຮອດອາຟຣິກາ'
ຈີນ ມັກໃຫ້ຄຳໝັ້ນສັນຍາ ໃນການແລກປ່ຽນຄວາມສຳພັນທາງດ້ານການທູດ ຊຶ່ງໃນທີ່ສຸດ ກໍບໍ່ໄດ້ມີການເຮັດຫຼ້ອນ ສະຫະລັດກ່າວເຕືອນ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ມີແຜນ ທີ່ຈະພົບປະກັບ ທ່ານຫລິວ ຈ້ຽນເຊົາ ນັກການທູດອະວຸໂສ ແລະ ຜູ້ແຂ່ງຂັນລຳດັບຕົ້ນໆ ທີ່ຈະເປັນລັດຖະມົນຕີການຕ່າງປະເທດ ຄົນຕໍ່ໄປຂອງຈີນ, ຢູທີ່ວໍຊິງຕັນ ໃນວັນສຸກມື້ນີ້
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກ່າວໃນວັນພະຫັດວານນີ້ວ່າ ການເຮັດວຽກຂອງອິສຣາແອລ ກັບປະເທດເພື່ອນບ້ານອາຣັບ ໃນພາກພື້ນຕາເວັນອອກກາງ ເພື່ອແຜ້ວທາງ ໃຫ້ລັດປາແລັສໄຕນ໌ ແມ່ນເປັນວິທີທີ່ມີປະສິດທິພາບທີ່ສຸດ ໃນການໂດດດ່ຽວອີຣ່ານ
ອີຈິບ ມີບົດບາດສຳຄັນ ໃນການໄກ່ເກ່ຍການຢຸດຍິງຊົ່ວຄາວກ່ອນໜ້ານັ້ນ ໃນຂະນະທີ່ກຸ່ມຮາມາສ ປ່ອຍໂຕປະກັນຫຼາຍກວ່າ 100 ຄົນ ແລະ ອິສຣາແອລ ໄດ້ປ່ອຍໂຕນັກໂທດຊາວປາແລັສໄຕນ໌ຈໍານວນ 240 ຄົນ
ນັກການທູດຂັ້ນສູງທ່ານນີ້ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອິສຣາແອລ ຈົ່ງປ້ອງກັນພົນລະເຮືອນຊາວປາແລັສໄຕນ໌ ບໍ່ໃຫ້ໄດ້ຮັບໄພອັນຕະລາຍຕື່ມອີກ
ທ່ານເຮີຊອກ ໄດ້ຂອບໃຈສະຫະລັດ ສຳລັບ “ການຢືນຢູ່ຄຽງຂ້າງກັບອິສຣາແອລຕະຫຼອດມາ” ແລະໄດ້ກ່າວວ່າ ສົງຄາມຕໍ່ຕ້ານກຸ່ມຮາມາສ ເປັນສິ່ງນຶ່ງທີ່ “ມີຜົນກະທົບຕໍ່ຄຸນນະທຳຂອງນານາຊາດ ແລະຄຸນນະທຳຂອງໂລກເສລີ”
ສະຫະລັດກ່າວວ່າ ຊ່ອງແຄບໄຕ້ຫວັນ ແມ່ນເສັ້ນທາງນໍ້າສາກົນ ໂດຍຮຽກຮ້ອງໃຫ້ປັກກິ່ງຍຸຕິກົດດັນໄຕ້ຫວັນດ້ວຍກອງກໍາລັງທະຫານ, ການທູດ ແລະດ້ານເສດຖະກິດ ກ່ອນການເລືອກຕັ້ງໃນວັນທີ 13 ມັງກອນນີ້
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ພົບປະກັບເຈົ້າໜ້າທີ່ຂອງສະຫະລັດອາຣັບ ເອເມີເຣັສ ແລະ ຊາອຸດີອາຣາເບຍ ໃນວັນຈັນມື້ນີ້, ຈາກນັ້ນ ເດີນທາງໄປ ອິສຣາແອລ, ໃນຂະນະທີ່ທ່ານ ຊຸກຍູ້ໃຫ້ມີການຊ່ວຍເຫຼືອດ້ານມະນຸດສະທຳ ໃຫ້ເຂດກາຊາ ຫຼາຍຂຶ້ນ
ການຢ້ຽມຢາມຕາເວັນອອກກາງຄັ້ງທີ 4 ຂອງທ່ານ ບລິງເກັນ ນັບຕັ້ງແຕ່ວັນທີ 7 ຕຸລາ ມີຂຶ້ນໃນຂະນະທີ່ສົງຄາມ ລະຫວ່າງອິສຣາແອລ ກັບພວກຫົວຮຸນແຮງ ຮາມາສ ກ້າວເຂົ້າ 3 ເດືອນ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກໍາລັງເດີນທາງໄປຍັງຕາເວັນອອກກາງໃນອາທິດນີ້ ທ່າມກາງຄວາມພະຍາຍາມທາງດ້ານການທູດຢ່າງເຂັ້ມຂຸ້ນ ເພື່ອອໍານວຍຄວາມສະດວກ ໃນການຈັດສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາ ເຂົ້າໄປໃນເຂດກາຊາ
ປີທີ່ວຸ້ນວາຍສັບສົນໃນສາຍພົວພັນລະຫວ່າງສະຫະລັດ ແລະຈີນ ໄດ້ສິ້ນສຸດລົງດ້ວຍການເຈລະຈາລະຫວ່າງຜູ້ນຳຂອງສອງປະເທດ ຢູ່ນອກກອງປະຊຸມສຸດຍອດ APEC ທີ່ນະຄອນ ແຊນ ແຟຣນຊິສໂກ ໃນເດືອນພະຈິກ
ໂຫລດຕື່ມອີກ