ທ່ານກູ ດົງຢູ ເປັນຜູ້ລົງສະໝັກພຽງຄົນດຽວ ທີ່ຢຶດໝັ້ນໃນຫຼັກການ ຜູ້ອໍານວຍການໃຫຍ່ FAO ແລະໄດ້ຮັບການປ່ອນບັດລົງຄະແນນສຽງ 168 ຂອງ 182 ສຽງ ໃນນະຄອນຫຼວງໂຣມ
ໂດຍຄວາມສຳພັນຊຸດໂຊມລົງເລື້ອຍໆ ສະຫະພາບຢູໂຣບ ຍັງໄດ້ຕັດສິນໃຈໃນເດືອນພຶດສະພາ ທີ່ຈະ “ປັບຄືນ” ທ່າທີຂອງຕົນຕໍ່ຈີນ ເພື່ອຫລຸດຜ່ອນການເພິ່ງພາທາງດ້ານເສດຖະກິດຂອງຕົນ ໃນຍາມທີ່ປັກກິ່ງ ຄາດໝາຍວ່າ ກຳລັງໃຫ້ ການສະໜັບສະໜຸນແກ່ມົສກູ ສຳລັບສົງຄາມໃນຢູເຄຣນ ຂອງຣັດເຊຍ
ລັດກາວາ ທີ່ເປັນເຂດກັນດານຢູ່ຊາຍແດນຕິດກັບໄທ ໄດ້ກາຍເປັນຈຸດຮ້ອນແຮງຂອງການຕໍ່ຕ້ານ ເປັນສະຖານທີ່ຕ້ອນຮັບ ພວກປະທ້ວງເພື່ອປະຊາທິ ປະໄຕ ຫຼາຍພັນຄົນ ທີ່ໄດ້ຫັນປ່ຽນມາເປັນພວກນັກລົບ PDF
ອັງກິດ ແລະເກົ້າປະເທດພາຄີ ໂດຍມີ ການາດາ ອອສເຕຣເລຍ ນິວຊີແລນ ນໍເວ ສະວີເດັນ ຟິນແລນ ເດັນມາກ ລີທົວເນຍ ແລະເນເທີແລນ ໄດ້ເປີດໂຄງການລິເລີ້ມ ສຳລັບອາສາສະໝັກທະຫານເກນຄົນໃໝ່ ເພື່ອເຂົ້າເຫຼົ່າທັບຕ່າງໆຂອງຢູເຄຣນ ໃນເດືອນມິຖຸນາ ປີກາຍນີ້
ເຈົ້າໜ້າທີ່ຂອງມາເລເຊຍເຊື່ອວ່າ ພວກເຂົາມີສ່ວນພົວພັນກັບພວກຄ້າມະນຸດ
ການລາອອກຂອງທ່ານ ສເມັຕ ນັ້ນ ມີຂຶ້ນພາຍໃນສາມວັນຫຼັງຈາກທີ່ລັດຖະມົນຕີການຕ່າງປະເທດຂອງແບລຈ້ຽມ ທ່ານນາງ ຮາດຈາ ລາບີບ ໄດ້ກ່າວຫາທ່ານ ສແມັຕ ວ່າ “ສ້າງຄວາມອັບອາຍຕໍ່ພາບພົດ” ຂອງນະຄອນຫຼວງ
ເກົາຫຼີໃຕ້ກ່າວວ່າ ເປັນເທັກໂນໂລຈີທີ່ສໍາຄັນຂອງປະເທດ ເຊິ່ງເປັນປະເພດເທັກໂລໂນຈີທີ່ອາດຈະສາມາດເປັນອັນຕະລາຍຕໍ່ຄວາມໝັ້ນຄົງ ແລະລະບົບເສດຖະກິດຂອງຊາດ ຖ້າໄດ້ຮັບການເປີດເຜີຍຢູ່ຕ່າງປະເທດ
ອົງການ ICRC ໄດ້ໃຊ້ເວລາຫຼາຍເດືອນເພື່ອຊ່ວຍເຫຼືອໃນປະຕິບັດການເກັບກູ້ລະເບີດຝັງດິນໃນ ຢູເຄຣນ
ທ່ານຢູ ໄດ້ກ່າວໃນງານ ເມື່ອວັນຈັນວານນີ້ ວ່າ “ສະຖານທູດຈີນ ໃນຮອນດູຣານ ຈະເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອປະຕິບັດຕາມຄວາມຮັບຜິດ ຊອບຕ່າງໆ ໃນການເປັນປ່ອງຢ້ຽມ, ເວທີ, ສຳລັບຄວາມສຳພັນລະຫວ່າງສອງປະເທດ”
ບໍລິສັດ Microsoft ໄດ້ເນັ້ນໜັກໃສ່ ເກາະກວມ ຊຶ່ງເປັນດິນແດນຂອງສະຫະ ລັດຢູ່ໃນມະຫາສະໝຸດປາຊີຟິກ ໂດຍມີຖານທັບທີ່ສຳຄັນໆ ຊຶ່ງເປັນນຶ່ງໃນເປົ້າໝາຍຂອງການໂຈມຕີ ແຕ່ໄດ້ກ່າວວ່າ ມີກິດຈະກຳທີ່ “ປອງຮ້າຍ” ຍັງໄດ້ຖືກກວດພົບຢູ່ແຫ່ງອື່ນ ໃນສະຫະລັດນຳດ້ວຍ
ຄະນະຕຸ ລາການໄດ້ກ່າວ ໃນວັນອາທິດວານນີ້ວ່າ ເປັນຄັ້ງຫຼ້າສຸດ ຂອງຈໍານວນຜູ້ທີ່ຖືກປະຫານຊີວິດດ້ວຍການແຂວນຄໍຫຼາຍຮ້ອຍຄົນ ນັບຕັ້ງແຕ່ຕົ້ນປີນີ້
ລູກຊາຍກົກຂອງທ່ານຮຸນ ເຊນ ຜູ້ນຳກຳປູເຈຍ ໄດ້ຖືກເລື່ອນຊັ້ນຂຶ້ນເປັນນາຍພົນ ສີ່ດາວ ໃນວັນພະຫັດມື້ນີ້ ລູກຊາຍກົກຂອງທ່ານຮຸນ ເຊນ ຜູ້ນຳກຳປູເຈຍ ໄດ້ຖືກເລື່ອນຊັ້ນຂຶ້ນເປັນນາຍພົນ ສີ່ດາວ ໃນວັນພະຫັດມື້ນີ້ ຊຶ່ງ ເປັນຮ່ອງຮອຍອີກຢ່າງນຶ່ງຂອງແຜນການທີ່ຈະໃຫ້ທ່ານສືບທອດຕຳແໜ່ງຂອງພໍ່ຂອງທ່ານ
ການຊ້ອມລົບດັ່ງກ່າວ ມີຂຶ້ນຫຼັງຈາກການຊ້ອມລົບຂອງຈີນ ໄລຍະສາມວັນ ທີ່ໄດ້ຈຳລອງການຍິງໂຈມຕີເປົ້າໝາຍຕ່າງໆ ແລະຈຳລອງການປິດລ້ອມໄຕ້ຫວັນ ທີ່ປົກຄອງຕົນເອງດ້ວຍລະບອບປະຊາທິປະໄຕ ຊຶ່ງປັກກິ່ງ ຖືວ່າ ເປັນດິນແດນສ່ວນນຶ່ງຂອງຕົນ
ການພົບເຫັນສົບດັ່ງກ່າວ ໄດ້ເກີດຂຶ້ນໃນປະມານ 24 ຊົ່ວໂມງ ຫຼັງຈາກເຫດລະເບີດແຕກ ທີ່ໄດ້ເຮັດໃຫ້ຕຶກສີ່ຊັ້ນ ຢູ່ໃນເມືອງທ່າ ຂອງທະເລເມດິແຕເຣນຽນ ພັງລົງ
ເປັນຄັ້ງທໍາອິດໃນຮອບເຄິ່ງສັດຕະວັດ ທີ່ຈະດໍາເນີນການບິນອ້ອມດວງເດືອນ ໃນປີໜ້າ ອັນເປັນການເລີ້ມຕົ້ນພາລະກິດ ໃນການສົ່ງມະນຸດກັບຄືນໄປຢຽບພື້ນຜິວຂອງດວງເດືອນອີກຄັ້ງ
ຕຳຫຼວດກ່າວວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງເສຍຊີວິດ, ໃນຂະນະທີ່ນັກຂ່າວ 5 ຄົນ ແລະເດັກນ້ອຍ 3 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍລະເບີດທີ່ວ່ານີ້
ທ່ານສມີໂກລ ໄດ້ກ່າວວ່າ ຢູເຄຣນ ໄດ້ແຕ່ງຕັ້ງຫົວໜ້າຄົນໃໝ່ຂອງກົມປາບປາມການສໍ້ລາດບັງຫຼວງແຫ່ງຊາດ, ດ້ວຍເຫດນີ້ ຈຶ່ງໄດ້ສຳເລັດການປະຕິຮູບທີ່ໄດ້ຖືກກຳນົດໄວ້ໂດຍ ອີຢູ
ກຸ່ມຂອງຜູ້ເຄາະຮ້າຍກ່າວວ່າ ພວກເຂົາຮູ້ສຶກວ່າບໍ່ຕ້ອງການຄວາມຂໍໂທດໃດໆຈາກລັດຖະບານໂຕກຽວ ແລະຄ່າຊົດເຊີຍໃດໆຈາກພາກສ່ວນຕ່າງໆຂອງຍີ່ປຸ່ນ ທີ່ກ່ຽວຂ້ອງກັບບັນຫານີ້ໂດຍກົງ.
ການເຄື່ອນໄຫວດັ່ງກ່າວ ມີຂຶ້ນລຸນຫຼັງທີ່ມີລາຍງານຂ່າວວ່າ ລູກຊາຍກົກຂອງ ທ່ານຮຸນ ເຊັນ, ພົນໂທຮຸນ ມະເນດ ໄດ້ອະນຸມັດເງິນຊ່ວຍເຫຼືອໃຫ້ແກ່ປະເທດເທີກີ
ການດຳເນີນຄະດີບັນດາຜູ້ນຳສະໜັບສະໜູນປະຊາທິປະໄຕທີ່ສຳຄັນຂອງຮົງກົງ 47 ຄົນ ເລີ້ມຂຶ້ນໃນວັນຈັນມື້ນີ້ ຊຶ່ງເປັນການດຳເນີນຄະດີຄັ້ງໃຫ່ຍສຸດ ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດ ທີ່ໄດ້ທັບມ້າງພວກທີ່ບໍ່ເຫັນພ້ອມຢູ່ທີ່ນັ້ນ
ໂຫລດຕື່ມອີກ