ບາດຫຼວງ ມາຣຕິນ ລູເທີ ຄິງ ຈູເນຍ ກ່າວຄຳປາໄສວ່າ “ ຂ້ອຍມີຄວາມຝັນ” ທີ່ເປັນສັນຍາລັກຂອງ ທ່ານ ໃນປີ 1963
ປະທານາທິບໍດີ ໂຈ ໄບເດັນ ຈະບໍ່ໃຊ້ອຳນາດສັ່ງຫ້າມສື່ສັງຄົມອອນໄລນ໌ ຊື່ດັງ ‘Tik Tok’ ໃຫ້ບໍລິການໃນສະຫະລັດ ບໍ່ເທົ່າໃດວັນກ່ອນເສັ້ນຕາຍບັງຄັບໃຫ້ຂາຍຮຸ້ນທັງໝົດໃນສະຫະລັດ ຕາມການລາຍງານຂອງອົງການຂ່າວເອພີ ໃນຄືນວັນພະຫັດວານນີ້ ຕາມເວລາໃນທ້ອງຖິນ
ອິສຣາແອລ ແລະກູ່ມຮາມາສ ບັນລຸຂໍ້ຕົກລົງຢຸດຍິງໃນກາຊາ ເມື່ອວັນພຸດວານນີ້ ຕາມລາຍງານຂອງຣອຍເຕີສ ທີ່ອ້າງເຖິງການເປີດເຜີຍຂອງເຈົ້າໜ້າທີ່ໃນທີມເຈລະຈາຮອບຫລ້າສຸດນີ້ ຫລັງຈາກບັນຫາຂັດແຍ້ງທີ່ດຳເນີນມາກວ່າ 15 ເດືອນ ໄດ້ເອົາຊີວິດຊາວປາແລັສໄຕນ໌ ຫຼາຍມື່ນຄົນ ແລະຈຸດຂະນວນຄວາມຂັດແຍ້ງຢູ່ໃນແຫ່ງອື່ນໆ
ປະທານສະພາຕ່ຳສະຫະລັດ ທ່ານໄມຄ໌ ຈອນຊັນ ໃນວັນພຸດວານນີ້ ໄດ້ປົດປະທານຄະນະກຳມະການດ້ານສືບລັບຂອງສະພາຕ່ຳ ຜູ້ທີ່ມີອຳນາດຂອງພັກຣີພັບບລີກັນ ອອກຈາກຕຳແໜ່ງ ຜູ້ກ່ຽວເປັນກະບອກສຽງສະໜັບສະໜູນການຊ່ອຍເຫຼືອແກ່ຢູເຄຣນ ແລະມີທັດສະນະອື່ນໆທີ່ເຮັດໃຫ້ລາວ ມີຂໍ້ຂັດແຍ້ງກັບວ່າທີ່ປະທານາທິບໍດີ ດໍໂນລ ທຣຳ
ທ່ານ ໂຈ ໄບເດນ ກ່າວວ່າ ລະບອບການປົກຄອງ” ຂອງກຸ່ມຄົນຮັ່ງມີທີ່ສຸດທີ່ກຳລັງຝັງຮາກເລິກໃນປະເທດແລະ “ກຸ່ມເທກໂນໂລຈີອຸດສາຫະກຳ” ທີ່ລ່ວງລະເມີດສິດທິຂອງຊາວອາເມຣິກັນແລະເປັນຈຸດທຳລາຍອະນາຄົດຂອງປະຊາທິປະໄຕ
ເກົາຫຼີເໜືອໃນວັນອັງຄານມື້ນີ້ ໄດ້ຍິງທົດລອງ ລູກສອນໄຟຫຼາຍລູກ ເຂົ້າໄປໃນນ່ານນ້ຳທາງທິດຕາເວັນອອກ ຕາມທີ່ກອງທັບເກົາຫຼີໃຕ້ ໄດ້ກ່າວ ຂະນະທີ່ຕົນຍັງສືບຕໍ່ສາທິດອາວຸດຕ່າງໆຂອງຕົນ ກ່ອນໜ້າທີ່ທ່ານດໍໂນລ ທຣຳ ຈະກັບຄືນມາດຳລົງຕຳແໜ່ງໃນທຳນຽບຂ່າວ
ເຈົ້າໜ້າທີ່ສາທາລະນະສຸກຈີນ ເປີດເຜີຍເມື່ອວັນອາທິດວານນີ້ ວ່າ ອັດຕາການຕິດໄວຣັສໂຣກລະບົບທາງຫາຍໃຈກະທັນຫັນ ທີ່ຄ້າຍກັບໄຂ້ຫວັດ ຮິວແມນ ເມຕານູໂມເນຍ (human metapneumovirus) ຫຼື HMPV ທາງຕອນເໜືອຂອງຈີນ ກຳລັງຫລຸດລົງ
ອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີສ ເປັນຜູ້ນຳຂອງອາເມຣິກາທີ່ ໄດ້ຮັບການຈົດຈຳໃນຖານະເປັນຄົນກາງໄກ່ເກ່ຍສັນຕິພາບ ໃນເຂດຕາເວັນອອກກາງ ແລະພື້ນທີ່ເຂດຂັດແຍ້ງຕ່າງໆ ແລະຍັງເປັນຜູ້ເຮັດວຽກເພື່ອສິດທິມະນຸດທັງໃນຊ່ວງກ່ອນ ແລະຫລັງການດຳລົງຕຳແໜ່ງ ຈົນຮອດທ້າຍປີ ຂອງຊີວິດທ່ານ
ເກືອບນຶ່ງສ່ວນສີ່ຂອງພວກສັດທີ່ອາໄສຢູ່ໃນແມ່ນ້ຳ ທະເລສາບ ແລະແຫລ່ງນ້ຳຈືດຕ່າງໆ ກຳລັງຖືກຄຸກຄາມຈົນຈະສູນພັນ ອີງຕາມການຄົ້ນຄວ້າໃໝ່ທີ່ໄດ້ຖືກພິມອອກເຜີຍແຜ່ໃນວັນພຸດຜ່ານມາ
ປາບຶກແມ່ນໍ້າຂອງຂະໜາດໃຫຍ່ 6 ໂຕ ຊຶ່ງຢູ່ໃນກຸ່ມໃກ້ຈະສູນພັນຢ່າງຫຍີ່ງ ຖືກຈັບແລະປ່ອຍຄືນສູ່ທຳມະຊາດໃນກຳປູເຈຍເມື່ອບໍ່ດົນມານີ້ເຮັດໃຫ້ເກີດຄວາມຫວັງໃນການຢູ່ລອດຂອງສາຍພັນນີ້
ຕໍາຫຼວດຈັບມືປືນທີ່ສົງໄສວ່າ ໄດ້ສັງຫານອະດີດສະມາຊິກຝ່າຍຄ້ານກຳປູເຈຍ ຢູ່ໃຈກາງບາງກອກ ໄດ້ແລ້ວ ຫຼັງຈາກນໍາຈັບມາເປັນເວລາ 1 ວັນ
ໄຟປ່າລຸກລາມຢ່າງໜັກທົ່ວນະຄອນລອສແອນເຈີເລສ ຈົນທາງການຕ້ອງປະກາດສະຖານະການສຸກເສີນ
ບັນດານັກດັບເພີງໃນລັດຄາລິຟໍເນຍ ພາກັນຕໍ່ສູ້ກັບໄຟປ່າທີ່ແຜ່ລາມດ້ວຍລົມພັດແຮງ ເຊິ່ງໄດ້ສ້າງຄວາມເສຍຫາຍໄປທົ່ວຂົງເຂດນະຄອນ ລອສ ແອງເຈລເລັສ (Los Angeles), ໂດຍທຳລາຍເຮືອນຊານຫຼາຍຫຼັງ, ປິດກັ້ນຖະໜົນຫົນທາງ, ສົ່ງຜົນໃຫ້ປະຊາຊົນຫຼາຍສິບພັນຄົນຕ້ອງພາກັນຫຼົບໜີ
ຄອມພິວເຕີແລັບທ໋ອບ ໂທລະສັບມືຖື ແລະໂມງ ຍັງຢູ່ພາຍໃຕ້ການກວດສອບເກືອບນຶ່ງອາທິດແລ້ວ ຫຼັງຈາກທ້າວແມັດຕີວ ລີບໂວລສ໌ເບີເກີ ອາຍຸ 37 ປີ ໄດ້ຍິງຕົນເອງສາຫັດ ບໍ່ດົນກ່ອນທີ່ລົດກະບະ ໄຊເບີທຣັກດັ່ງກ່າວ ລະເບີດຂຶ້ນ
ເກົາຫຼີເໜືອ ກ່າວມື້ວັນອັງຄານວານນີ້ວ່າ ການທົດລອງອາວຸດຫຼ້າສຸດຂອງພວກເຂົາ ແມ່ນລູກສອນໄຟຂີປະນາວຸດໄລຍະກາງຄວາມໄວເໜືອສຽງລຸ້ນໃໝ່
ວ່າທີປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຍັງຄົງຈະຖືກຕັດສີນໂທດໃນຄະດີເງິນປິດປາກຂອງທ່ານ ໃນອາທິດນີ້ ຫຼັງຈາກທີ່ເມື່ອວັນຈັນທີ່ຜ່ານມາ ຜູ້ພິພາກສາໄດ້ປະຕິເສດຄຳຮ້ອງຂອງທ່ານທີ່ຂໍໃຫ້ຢຸດດຳເນີນການ
ປີໃໝ່ນີ້ ຈະນຳມາຊຶ່ງສອງປະກົດການຂອງຈັນທະຄາດ ແຕ່ຢ່າຄາດຫວັງ ຈະເຫັນການຫາຍໄປຂອງພະອາທິດຄືກັບທີ່ເກີດຂຶ້ນຄັ້ງນຶ່ງ ເມື່ອລະດູບານໃໝ່ປີກາຍນີ້ ທີ່ໄດ້ເຮັດໃຫ້ຄົນໃນທະວີບອາເມຣິກາເໜືອຫລົງໄຫລກັນ
ເຈົ້າໜ້າທີ່ຍັງບໍ່ໄດ້ອອກມາເປີດເຜີຍລາຍຊື່ຜູ້ເສຍຊີວິດ 15 ຄົນຈາກການໂຈມຕີ ດ້ວຍລົດກະບະ ໃນມື້ປີໃໝ່ຢູ່ນະຄອນ ນິວ ອໍລີນ
ປີໃໝ່ ກໍເປັນໂອກາດທີ່ດີໃນການຕັ້ງເປົ້າໝາຍໃໝ່ໆ ແຕ່ງານການວິໄຈຫຼາຍຄັ້ງຊີ້ບອກວ່າ ຜູ້ຄົນສ່ວນໃຫຍ່ ບໍ່ສາມາດເຮັດຕາມຄຳອິຖານປີໃໝ່ ຫຼື New Year Resolution ຂອງຕົນເອງໄດ້ ຕັ້ງແຕ່ເດືອນທຳອິດ
ອິສຣາແອລ ໂຈມຕີກາຊາ ໃນວັນປີໃໝ່ ເອົາຊີວິດຢ່າງໜ້ອຍ 12 ຄົນ ເຊິ່ງລວມທັງຜູ້ຍິງແລະເດັກນ້ອຍ ຕາມການເປີດເຜີຍ ຂອງທາງການປາແລສໄຕນ໌ ເມື່ອວັນພຸດວານນີ້ ໃນຊ່ວງທີ່ສົງຄາມລະຫວ່າງອິສຣາແອລ ແລະກຸ່ມຮາມາສ ຮອບຫຼ້າສຸດນີ້ ດຳເນີນມາເກືອບ 15 ເດືອນແລ້ວ
ໂຫລດຕື່ມອີກ