ພວກ​ທີ່​ຖືກ​ປ່ອຍ ມີ​ໃຜ​ແດ່ ໃນການແລກປ່ຽນນັກໂທດ ກັບ​ອີ​ຣ່ານ

ຈາກຊ້າຍ, ເອມາດ ຊາກີ (Emad Shargi), ໂມຣາດ ຕາບາສ (Morad Tahbaz) ແລະ ເຊຍແມັກ ນາມາຊີ (Siamak Namazi), ອະດີດນັກໂທດໃນອີຣ່ານ, ຍ່າງອອກຈາກຖ້ຽວບິນຂອງສາຍການບິນ Qatar Airways ທີ່ນຳພວກເຂົາອອກຈາກເຕຫະຣ່ານ ໄປທີ່ໂດຮາ ປະເທດກາຕ້າ ວັນທີ 18 ກັນຍາ 2023

ໃນຂະນະທີ່ວໍຊິງຕັນ ແລະເຕຫະຣ່ານໄດ້ດຳເນີນການແລກປ່ຽນນັກໂທດໃນວັນຈັນ, ລາຍລະອຽດໃຫມ່ ໄດ້​ປາກົດອອກມາ ກ່ຽວກັບສະຖານະພາບຂອງຊາວອີຣ່ານ ສາມ ໃນຫ້າຄົນ ທີ່ໄດ້ຮັບການຜ່ອນຜັນຈາກວໍຊິງຕັນ ແລະຍັງຄົງຢູ່ໃນດິນແດນຂອງສະຫະລັດ ໃນຂະນະທີ່ການສົ່ງນັກໂທດກຳລັງດໍາເນີນຢູ່.

ວີໂອເອໄດ້ຮັບ​ຂ່າວວ່າ ຊາວອີຣ່ານສາມຄົນທີ່ຍັງເຫຼືອຢູ່ໃນສະຫະລັດ, ເຊິ່ງເວັບໄຊທ໌ຂອງກະຊວງຍຸຕິທໍາສະຫະລັດ ໄດ້ສະແດງໃຫ້ເຫັນວ່າ ກາມບິຊ ອາດຕາ ກາຊີນີ (Kambiz Attar Kashani) ຍັງຖືກກັກຂັງຢູ່ໃນຄຸກ ຂອງລັດຖະບານກາງໃນລັດມິຊິແກນ; ບັນທຶກຂອງສານສະແດງໃຫ້ເຫັນວ່າອາມິນ ຮາຊັນຊາເດ (Amin Hasanzadeh) ໄດ້ສູນເສຍທີ່ຢູ່ອາໄສຖາວອນ ໃນສະຫະລັດໃນວັນທີ 23 ສິງຫາ; ແລະ ກາເວ ລອດໂຟລາ ອາຟ-ຣາເຊຍບີ (Kaveh Lotfolah Afrasiabi) ໄດ້ຮັບການໃຫ້ອະໄພໂທດ ໃນຂະນະທີ່ລໍຖ້າການພິຈາລະນາຄະດີໃນຂໍ້ກ່າວຫາຂອງລັດຖະບານກາງ.

ຫ້ອງການສຳນັກງານນັກໂທດໄດ້ສະແດງໃຫ້ເຫັນວ່າ ກາຊີນີ (Kashani), ເຊິ່ງເປັນພົນລະເມືອງສອງສັນຊາດ ສະຫະລັດ - ອີຣ່ານ, ຍັງຖືກກັກຂັງ ຢູ່ທີ່ສະຖາບັນການປັບປຸງຕົວ ຂອງລັດຖະບານກາງໃນ ເມືອງ ມີລານ (Milan), ລັດມິຊິແກນ, ໃນວັນຈັນ. ລາວ​ໄດ້​ຖືກ​ຕັດສິນ​ລົງ​ໂທດ ​ໃນ​ເດືອນ​ກຸມພາ​ໃຫ້​ຕິດ​ຄຸກ 30 ​ເດືອນ​ ໃນ​ຂໍ້​ຫາ​ສົມ​ຮູ້​ຮ່ວມ​ຄິດໃນ​ລະ​ເມີດ​ກົດໝາຍ ​ວ່າ​ດ້ວຍ​ອຳນາດ​ເສດຖະກິດ​ສຸກ​ເສີນ​ສາກົນ ​ແລະ ​ມີ​ກຳ​ນົດ​ຖືກ​ປ່ອຍ​ຕົວ​ໃນ​ເດືອນ​ກຸມພາ.

ເອກະສານຂອງສານທີ່ວີໂອເອ ໄດ້ເຫັນ ສະແດງໃຫ້ເຫັນວ່າ ຮາຊັນຊາເດ (Hasanzadeh), ເຊິ່ງຖືກປ່ອຍໂຕພາຍໃຕ້ການຄວບຄຸມຢູ່ພາຍໃນບ້ານຂອງລາວເພື່ອ​ລໍ​ຖ້າ​ການ​ດຳ​ເນີນຄະດີ ໃນຂໍ້ຫາລະເມີດມາດຕະການລົງໂທດ ຂອງສະຫະລັດ, ໄດ້ສູນເສຍສະຖານະຜູ້ຢູ່ອາໄສຖາວອນຂອງລາວ ເມື່ອມັນໝົດອາຍຸໃນວັນທີ 23 ສິງຫາ. ຈົດໝາຍທີ່ຂຽນເຖິງຜູ້ພິພາກສາໃນລັດມິຊິແກນໃນມື້ນັ້ນ ໂດຍທະນາຍຄວາມຂອງ ຮາຊັນຊາເດ (Hasanzadeh) ກ່າວວ່າ ການຫມົດອາຍຸຈະເຮັດໃຫ້ມັນ "ຍາກຂຶ້ນຫຼາຍ" ສໍາລັບລາວທີ່ຈະພິສູດ "ສະຖານະພາບທີ່ຖືກຕ້ອງຕາມກົດຫມາຍເພື່ອຈຸດປະສົງຂອງການໄດ້ຮັບການຈ້າງງານ ແລະຜົນປະໂຫຍດສາທາລະນະບາງຢ່າງ." ຈົດໝາຍດັ່ງກ່າວຍັງກ່າວວ່າ ມັນຈະເປັນໄປບໍ່ໄດ້ສຳລັບລາວ ທີ່ຈະກັບຄືນ​ມາ​ສະຫະລັດ ຖ້າລາວເດີນທາງໄປຕ່າງປະເທດ.

​ນຶ່ງໃນທະ​ນາຍ​ຄວາມແມ່ນ ທ່ານ ເບັນຕັນ ມາຕິນ (Benton Martin) ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄວາມ​ເຫັນ ເມື່ອ ວີໂອເອ ໄດ້​ຕິດ​ຕໍ່​ຫາ​ທ່ານ ​ໃນ​ວັນ​ຈັນນີ້ ເພື່ອສອບ​ຖາມ​ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ຂອງ ຮາຊັນຊາເດ (Hasanzadeh).

ໃນການຍື່ນຟ້ອງໃນວັນຈັນວານນີ້ ທີ່ວີໂອເອ ໄດ້ເຫັນ, ທະນາຍຄວາມຂອງ ອາ ຟຣາເຊຍບີ (Afrasiabi) ທ່ານນາງຊາບຣີນາ ຊຣັອຟ (Sabrina Shroff) ໄດ້ຂໍໃຫ້ຜູ້ພິພາກສາຍົກເລີກວັນພິຈາລະນາຄະດີໃນເດືອນມັງກອນ ເນື່ອງຈາກຄະດີອາຍາຂອງລາວໄດ້ຖືກ “ແກ້ໄຂ (ໂດຍ) ການດຳເນີນການ ຂອງຝ່າຍບໍລິຫານ” ລັດຖະບານສະຫະລັດ. ນາງຍັງໄດ້ຮ້ອງຂໍໃຫ້ປ່ອຍໂຕ ອາຟ-ຣາເຊຍບີ ຈາກການຄວບຄຸມການປະພຶດຂອງລາວກ່ອນການພິຈາລະນາຄະດີ ແລະໃຫ້ສົ່ງເງິນຄ່າປະກັນຕົວຂອງລາວ ຄືນໃຫ້ລາວ.

ອ່ານຂ່າວນີ້ເປັນພາສາອັງກິດ