ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂໍ້ມູນຂ່າວສານ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍ ແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງລາວ.
ລາຍການວິທະຍຸ-ໂທລະພາບ ຂອງວີໂອເອລາວ ວັນທີ 5 ກໍລະກົດ 2023
Your browser doesn’t support HTML5
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີ: ສະຖານະການຫຼ້າສຸດ ໃນຢູເຄຣ ກອງກຳລັງຂອງຢູເຄຣນ ໄດ້ໂຈມຕີເມືອງມາຄີບກາ ທີ່ຢຶດຄອງໂດຍຣັດເຊຍ, ວັງເຄຣັມລິນ ກ່າວວ່າ ສະຫະລັດ ແລະ ຣັດເຊຍ ກຳລັງປຶກສາຫາລື ກ່ຽວກັບການແລກປ່ຽນນັກໂທດຄັ້ງໃໝ່ ແລະ ນັກຂ່າວຊາວຣັດເຊຍ ຖືກທຳຮ້າຍຮ່າງກາຍ ‘ຢ່າງໂຫດຮ້າຍ’ ໃນເຂດເຊັສເນຍ.