ສະຫະລັດ ຮຽກຮ້ອງໃຫ້ເກົາຫຼີເໜືອ ລະເວັ້ນຈາກການເອົາມາດຕະການ ທີ່ພາໃຫ້ເກີດຄວາມບໍ່ທຸ່ນທ່ຽງເພີ້ມຂຶ້ນ ແລະກັບຄືນເຂົ້າສູ່ ການພົວພັນທາງດ້ານການທູດຫຼັງຈາກເກົາຫຼີເໜືອ ໄດ້ຍິງລູກສອນໄຟຄຣູສຫຼາຍໆລູກ ອອກໃສ່ທະເລນອກເຂດແຄມຝັ່ງກ້ຳຕາເວັນຕົກຂອງຕົນ ໃນຕອນເຊົ້າວັນພຸດວານນີ້.
“ພວກເຮົາພົບວ່າ ການກະທຳເຫຼົ່ານີ້ ແມ່ນເປັນອັນຕະລາຍທີ່ບໍ່ໜ້າເຊື່ອ” ຮອງໂຄສົກກະຊວງການຕ່າງປະເທດ ທ່ານວິແດນ ພາແທລ ກ່າວຕໍ່ວີໂອເອໃນລະຫວ່າງການຖະແຫຼງຂ່າວປະຈຳວັນ ໃນວັນພຸດວານນີ້ ຂະນະທີ່ບໍ່ຍອມໃຫ້ລາຍລະອຽດກ່ຽວກັບການຊັ່ງຊາຕີລາຄາຂອງສະຫະລັດ ເຖິງຄວາມຕັ້ງໃຈຂອງເກົາຫຼີເໜືອ.
ການຍິງລູກສອນໄຟເທື່ອຫຼ້າສຸດ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກພຽງຢາງໄດ້ທົດລອງລູກສອນໄຟ ລັດສະໝີປານກາງ ທີ່ໃຊ້ເຊື້ອໄຟແຂງ ທີ່ສາມາດຕິດຕັ້ງຫົວລະເບີດທີ່ໄວກວ່າສຽງ ອອກໄປຍັງເຂດນ່ານນ້ຳລະຫວ່າງແຫຼມເກົາຫຼີແລະປະເທດຍີ່ປຸ່ນ.
“ພວກເຮົາບໍ່ໄດ້ມີຄວາມຕັ້ງໃຈທີ່ເປັນປໍລະປັກຕໍ່ ສປປ ເກົາຫຼີ ແລະຈະສືບຕໍ່ເປີດ ກວ້າງທາງດ້ານການທູດ ໂດຍປາສະຈາກ ການຕັ້ງເງື່ອນໄຂລ່ວງໜ້າ” ທ່ານພາແທລກ່າວຕື່ມ. ພວກເຮົາໝາຍເຖິງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ ຊຶ່ງເປັນຊື່ທາງການຂອງເກົາຫຼີເໜືອ.
ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ຕ້ອງຕິເກົາຫຼີໃຕ້ຢ່າງແຮງ ໂດຍກ່າວເຖິງຄວາມສຳພັນ ລະຫວ່າງສອງເກົາຫຼີວ່າ ເປັນຄວາມສຳພັນລະຫວ່າງ “ສອງປະເທດທີ່ເປັນປໍລະປັກຕໍ່ກັນແລະກັນ.”
ອະນຸສາວະລີ ທີ່ສຳຄັນແຫ່ງນຶ່ງ ຊຶ່ງເປັນສັນຍາລັກ ຂອງເປົ້າໝາຍການທ້ອນໂຮມຊາດກັບເກົາຫຼີໃຕ້ໄດ້ຖືກທັບມ້າງ ອີງຕາມລາຍງານຂ່າວທີ່ອ້າງອີງໃສ່ພາບຖ່າຍຈາກດາວທຽມ.