ສະຫະລັດ ແລະ ຢູເຄຣນ ໃກ້ຈະບັນລຸຂໍ້ຕົກລົງ ກ່ຽວກັບແຮ່ຫາຍາກ

ພາບປະສົມກັນນີ້ ສ້າງຂຶ້ນໃນວັນທີ 25 ກຸມພາ 2025, ສະແດງໃຫ້ເຫັນປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ, ຊ້າຍ, ໃນວັນທີ 20 ກຸມພາ 2025. ແລະ ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໃນວັນທີ 23 ກຸມພາ 2025.

ສະຫະລັດ ​ແລະ ຢູ​ເຄຣນ ມີ​ຂໍ້​ຕົກ​ລົງ​ໃນ​ຂອບ​ເຂດ​ທີ່​ຈະ​ສ້າງ​ກອງ​ທຶນ​ຮ່ວມ​ກັນ​ເພື່ອລາຍ​ຮັບ​ຈາກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຂອງ​ຢູ​ເຄຣນ​, ອີງຕາມການເປີດເຜີຍຂອງ​ເຈົ້າ​ໜ້າ​ທີ່​ ທີ່ຮູ້ກ່ຽວ​ກັບ​ການ​ເຈ​ລະ​ຈາ.

ແຜນການ​ດັ່ງກ່າວ​ ​ລວມມີ​ການ​ລົງທຶນ 50 ເປີເຊັນຂອງ​ລາຍ​ຮັບ​ຈາກ​ບໍ່​ແຮ່, ນ້ຳມັນ ​ແລະ ອາຍ​ແກັສຂອງ​ຢູ​ເຄຣນ.

ສະຫະລັດ ​ຈະ​ໃຫ້​ສັນຍາ​ທີ່ຈະ​ພັດ​ທະ​ນາ “ຢູ​ເຄຣນ ​ໃຫ້​ໝັ້ນ​ຄົງ ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ທາງດ້ານ​ເສດ​ຖະ​ກິດ.” ຂອບເຂດດັ່ງ​ກ່າວ​ບໍ່​ໄດ້​ລວມ​ເອົາ​ຫຼັກ​ຄ້ຳ​ປະ​ກັນ​ດ້ານຄວາມ​ປອດ​ໄພ​ຂອງ ​ສະ​ຫະ​ລັດ ​ສຳ​ລັບ ​ຢູ​ເຄຣນ, ແຕ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ເຈ​ລະ​ຈາ​ຍັງຄົງ​ດຳ​ເນີນ​ຢູ່.

ປະທານາທິບໍດີ​ສະຫະລັດ ທ່ານ ​ດໍ​ໂນ​ລ ທຣໍາ ກ່າວ​ໃນ​ວັນ​ອັງຄານວານ​ນີ້​ວ່າ ທ່ານ​ສາມາດ​ພົບ​ປະ​ກັບ​ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໃນ​ທ້າຍ​ອາທິດ​ນີ້.

ທ່ານ ທຣໍາ ກ່າວ “ຂ້າພະເຈົ້າໄດ້ຍິນວ່າ ລາວຈະມາຫາໃນວັນສຸກນີ້. ແນ່ນອນ, ບໍ່ມີບັນຫາສໍາລັບຂ້າພະເຈົ້າ ຖ້າລາວຕ້ອງການທີ່ຈະມາພົບ. ລາວຕ້ອງການທີ່ຈະເຊັນຂໍ້ຕົກລົງດັ່ງກ່າວນັ້ນຮ່ວມກັບຂ້າພະເຈົ້າ. ຂ້າພະເຈົ້າເຂົ້າໃຈ. ນີ້ແມ່ນເລື່ອງໃຫຍ່.

ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວຢູ່ຫ້ອງການໃນທໍານຽບຂາວ ວ່າທ່ານໄດ້ຍິນວ່າ ທ່ານ ເຊເລັນສກີ ກໍາລັງມາຫາ ແລະກ່າວຕື່ມວ່າ “ມັນບໍ່ມີບັນຫາຫຍັງສໍາລັບຂ້າພະເຈົ້າ, ຖ້າລາວຕ້ອງການ, ແລະລາວກໍຢາກຈະລົງນາມຮ່ວມກັນກັບຂ້າພະເຈົ້າ.”

ຂໍ້ຕົກລົງດັ່ງກ່າວ ສາມາດລົງນາມໄວສຸດໃນວັນສຸກທີ່ຈະມາເຖິງນີ້ ແລະມີແຜນທີ່ຈະດຶງໃຫ້ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ເດີນທາງໄປຍັງວໍຊິງຕັນເພື່ອພົບກັບ ທ່ານ ທຣໍາ, ອີງຕາມເຈົ້າໜ້າທີ່ຄົນນຶ່ງຂອງຢູເຄຣນ.

ເຈົ້າ​ໜ້າ​ທີ່​ອີກ​ຄົນ​ນຶ່ງ​ກ່າວ​ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຈະ​ເປີດ​ໂອ​ກາດ​ໃຫ້ ເຊເລັນສກີ ແລະ ທ່ານ ທຣໍາ ດໍາເນິນການປຶກ​ສາ​ຫາ​ລື​ໃນການ​ສືບ​ຕໍ່ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ໃຫ້​ແກ່ ຢູ​ເຄ​ຣນ, ເຊິ່ງ​ເປັນ​ເຫດ​ໃຫ້ ກີຢິບ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ບັນລຸ​ຂໍ້​ຕົກ​ລົງກັ່ງກ່າວມານີ້.

ທ່ານ ທຣໍາ ຮ້ອງສິ່ງນີ້ວ່າ ມັນ “ເປັນເລື່ອງໃຫຍ່ຫຼາຍ,” ໂດຍກ່າວຕື່ມວ່າ ມັນອາດມີມູນຄ່າຮອດພັນຕື້ໂດລາ. “ມັນອາດຈະເປັນອັນໃດກໍ່ໄດ້, ແຕ່ຕ້ອງເປັນແຮ່ທາດຫາຍາກ ແລະສິ່ງອື່ນໆ.”

ອ່ານຂ່າວນີ້ເປັນພາສາອັງກິດ