ທ່ານບລິງເຄັນ ເລີ້ມ​ການຢ້ຽມຢາມ​ພາກຕາເວັນອອກກາງ ​ຢູ່ອິສຣາແອລ ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ໂປ່ງ​ໃສ ດ້ານ ສິນລະທຳ ໃນການປະນາມ​ກຸ່ມຮາມາສ

FILE Secretary of State Antony Blinken, speaks at the State Department, Jan. 4, 2023, in Washington.

ລັດຖະມົນຕີຕ່າງປະເທດສະ​ຫະ​ລັດ ທ່ານແອນໂທນີ ບລິງເຄັນໄດ້ເສັດສິ້ນການຢ້ຽມຢາມທີ່ເສົ້າໂສກຕໍ່ອິສຣາແອລ ບ່ອນທີ່ທ່ານກ່າວວ່າ ຊາວອາເມຣິກັນ ໃຫ້ ການສະໜັບສະໜູນແກ່ປະເທດຢີວ ຈະບໍ່ມີມື້​ປ່ຽນ​ແປງ ຫລັງຈາກການໂຈມຕີໂດຍພວກຫົວຮຸນແຮງຮາມາສ ທີ່ໄດ້ສັງຫານຊາວອິສຣາແອລຫລາຍຮ້ອຍຄົນ.

“ສານທີ່ຂ້າພະເຈົ້ານຳມາສູ່ອິສຣາແອລມີດັ່ງນີ້: ທ່ານອາດຈະເຂັ້ມແຂງພໍໃນການປ້ອງກັນໂຕເອງ. ແຕ່ວ່າ ຕາບໃດທີ່ຍັງມີອາເມຣິກຢູ່ນັ້ນ ທ່ານຈະບໍ່ເຄີຍ ບໍ່ເຄີຍຕ້ອງເປັນໄປໄດ້” ທ່ານໄດ້ກ່າວ ໂດຍ​ຢືນຢູ່ຄ່ຽງຂ້າງ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໃນນະຄອນແທລອາວີບ.

ທ່ານບລິງກັນໄດ້ຖືກຖາມກ່ຽວກັບບັນດາຮູບພາບ ທີ່ທ່ານເນຕັນຢາຮູໄດ້ສະແດງໃຫ້ທ່ານເບິ່ງ ຂອງພວກແອນ້ອຍ ແລະຊາວໜຸ່ມຖືກສັງຫານ ໃນການໂຈມຕີທີ່ໂຫດຮ້າຍໃນວັນເສົາແລ້ວ ໂດຍ​ກຸ່ມຮາມາສ. ທ່ານບລິງເຄັນ ກ່າວວ່າ ຮູບພາບແມ່ນເປັນທີ່ເສົ້າສະຫລົດໃຈທີ່ສຸດ.

“ນີ້ແມ່ນເວລາບ່ອນທີ່ທຸກຄົນ ຕ້ອງການເຮັດໃຫ້ເປັນທີ່ແຈ່ມແຈ້ງວ່າ ມີຄວາມລັງກຽດຢ່າງແຮງ ແລະເບື່ອໜ່າຍ ແລະເປັນການພິຈາລະນາບໍ່ໃຫ້ເລື້ອງນີ້ເກີດຕໍ່ໄປໃນ​ພາຍໜ້າ. ເພາະສະນັ້ນ ບັນດາຮູບພາບມີຄຸນຄ່າທໍ່​ກັບ 1,000 ຄຳເວົ້າ. ບັນ ດາຮູບພາບເຫລົ່ານີ້ ອາດມີຄຸນຄ່ານຶ່ງລ້ານ” ທ່ານໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ