ສະມາຊິກສະພາສູງສະຫະລັດຈາກທັງສອງຝ່າຍໄດ້ສະແດງຄວາມສົງໃສໃນວັນອັງຄານວານນີ້ ກ່ຽວກັບແຜນການຂອງພັກຣີພັບບລີກັນ ທີ່ຈະສະໜອງການ ຊ່ວຍເຫຼືອ 14 ຕື້ 300 ລ້ານໂດລາແກ່ອິສຣາແອລ ໂດຍການຕັດເງິນທຶນຫ້ອງການບໍລິການລາຍຮັບພາຍໃນ, ເຊິ່ງຈະບໍ່ມີການສະຫນອງການຊ່ວຍເຫຼືອໃຫ້ ແກ່ຢູເຄຣນ, ແລະປະທານາທິບໍດີພັກເດໂມແຄຣັດ ທ່ານໂຈ ໄບເດັນ ໄດ້ຂົ່ມຂຂູ່ທີ່ຈະປະຕິເສດຕໍ່ຮ່າງກົດໝາຍດັ່ງ່າວ ຖ້າມັນຖືກຮັບຜ່ານ, ອີງຕາມລາຍງານ ຂອງອົງການຂ່າວ Reuters.
ໃນການດຳເນີນການດ້ານຮ່າງກົດໝາຍທີ່ສຳຄັນຄັ້ງທຳອິດພາຍໃຕ້ປະທານສະພາຕໍ່າຄົນໃໝ່ ທ່ານໄມຄ໌ ຈອນສັນ (Mike Johnson), ເຊິ່ງເປັນສະມາຊິກສະພາຕ່ຳສັງກັດພັກຣີພັບບລິກັນຢູ່ໃນສະພາຕໍ່າ ໄດ້ເປີດຕົວຮ່າງກົດໝາຍລາຍຈ່າຍເພີ້ມເຕີມໃນວັນຈັນແລ້ວນີ້ໃຫ້ແຕ່ ອິສຣາແອລ ເທົ່ານັ້ນ.
Your browser doesn’t support HTML5
Top Biden Administration Officials Argue Aid to Ukraine, Israel Can’t Be Unlinked
ນີ້ແມ່ນເຖິງຈະມີການຮຽກຮ້ອງເງິນ 106 ຕື້ໂດລາຂອງປະທານາທິບໍດີ ໂຈ ໄບເດັນ ທີ່ຈະລວມມີການຊ່ວຍເຫຼືອສໍາລັບ ອິສຣາແອລ ແລະ ຢູເຄຣນ ແລະ ທຶນເພື່ອຊຸກຍູ້ການແຂ່ງຂັນກັບ ຈີນ ໃນຂົງເຂດອິນໂດ-ປາຊີຟິກ ເຊັ່ນດຽວກັນ ກັບການຮັກສາຄວາມປອດໄພຢູ່ບໍລິເວນຊາຍແດນຂອງ ສະຫະລັດ ແລະ ເມັກຊິໂກ.
ພັກຣີພັບບລີກັນມີສຽງສ່ວນຫຼາຍ 221 ຕໍ່ 212 ຢູ່ໃນສະພາຕໍ່າ, ແຕ່ສະມາຊິກ ພັກເດໂມແຄຣັດຂອງ ທ່ານໄບເດັນ ຊໍ້າພັດຄວບຄຸມສະພາສູງດ້ວຍຈໍານວນ 51 ຕໍ່ 49. ເພື່ອໃຫ້ຖືກກົດໝາຍ, ຮ່າງດັ່ງກ່າວຈະຕ້ອງຜ່ານທັງສະພາຕໍ່າ ແລະ ສະພາສູງ ແລະ ຈະຖືກເຊັນໂດຍທ່ານ ໄບເດັນ.