ປີທີ່ວຸ້ນວາຍສັບສົນໃນສາຍພົວພັນລະຫວ່າງສະຫະລັດ ແລະຈີນ ໄດ້ສິ້ນສຸດລົງດ້ວຍການເຈລະຈາລະຫວ່າງຜູ້ນຳຂອງສອງປະເທດ ຢູ່ນອກກອງປະຊຸມສຸດຍອດ APEC ທີ່ນະຄອນ ແຊນ ແຟຣນຊິສໂກ ໃນເດືອນພະຈິກ. ຢູ່ທີ່ນັ້ນ, ທ່ານ ສີ ຈິ້ນຜິງ ໄດ້ກ່າວຕໍ່ປະທານາທິບໍດີ ໂຈ ໄບເດັນ ວ່າ ໄຕ້ຫວັນເປັນບັນຫາທີ່ລະອຽດອ່ອນທີ່ສຸດໃນສາຍພົວພັນສອງຝ່າຍຂອງພວກເຂົາ. ຫົວໜ້ານັກຂ່າວ VOA ປະຈຳກະຊວງການຕ່າງປະເທດ ໄນກີ້ ຊິງ (Nike Ching) ມີລາຍງານກ່ຽວກັບ ສາຍພົວພັນລະຫວ່າງ ບັນດາປະເທດມະຫາອຳນາດດັ່ງກ່າວ.
Your browser doesn’t support HTML5
ເຊີນຮັບຟັງລາຍງານ ກ່ຽວກັບສະຫະລັດ ແລະ ຈີນ ພະຍາຍາມຜ່ອນຄາຍຄວາມເຄັ່ງຕຶງ ໃນຂະນະທີ່ໄຕ້ຫວັນ ຍັງຄົງເປັນຈຸດທີ່ຮ້ອນແຮງ
ການຍ່າງຢູ່ໃນບ້ານພັກ ແລະສວນຟີໂລລີ (Filoli Estate).
ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ແລະ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ໄດ້ດຳເນີນການເຈລະຈາກັນ ແບບເຊິ່ງໜ້າ ເປັນເວລາ 4 ຊົ່ວໂມງ ໃນເດືອນແລ້ວນີ້ ຢູ່ນອກກອງປະຊຸມສຸດຍອດ APEC.
ຜູ້ນໍາທັງສອງທ່ານ ໄດ້ຕົກລົງ ທີ່ຈະຟື້ນຟູການສື່ສານແບບກອງທັບຕໍ່ກອງທັບ ຄືນ ເພື່ອປ້ອງກັນການປະເມີນການທີ່ຜິດພາດ ແລະເລີ່ມຕົ້ນການເຈລະຈາ ຄືນໃຫມ່ ເພື່ອແກ້ໄຂວິກິດການຢາເຟນຕານອລ ຂອງອາເມຣິກາ.
ການຮັບປະກັນສັນຕິພາບ ແລະສະຖຽນລະພາບ ຢູ່ຊ່ອງແຄບໄຕ້ຫວັນ ກໍຖືເປັນວາລະທີ່ສຳຄັນເຊັ່ນກັນ. ອີງຕາມເຈົ້າໜ້າທີ່ລະດັບສູງຂອງສະຫະລັດແລ້ວ, ທ່ານ ສີ ໄດ້ໃຫ້ສັນຍານວ່າ ຈີນບໍ່ໄດ້ກະກຽມສຳລັບການຮຸກຮານໄຕ້ຫວັນ ຄັ້ງໃຫຍ່.
ເຖິງແມ່ນວ່າຈະມີຄຳໝັ້ນສັນຍານີ້, ແຕ່ຈີນ ກໍກຳລັງເພີ່ມທະວີການເຄື່ອນໄຫວທາງການທະຫານ ໃກ້ກັບຊ່ອງແຄບໄຕ້ຫວັນ.
ສະຫະລັດ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການແຊກແຊງຂອງຈີນ ຜ່ານການບີບບັງຄັບທາງດ້ານການທະຫານ, ໃນຂະນະທີ່ໄຕ້ຫວັນ ກະກຽມສຳລັບການເລືອກຕັ້ງປະທານາທິບໍດີ ໃນເດືອນມັງກອນປີ 2024.
ທ່ານໄບເດັນ ກ່າວຕໍ່ບັນດານັກຂ່າວ ຫລັງຈາກການພົບປະກັບທ່ານ ສີ ຈິ້ນຜິງ ວ່າ ທ່ານຈະ “ເຊື່ອແຕ່ກໍຕ້ອງກວດສອບ” ສິ່ງທີ່ໄດ້ເວົ້າກັນໃນລະຫວ່າງການພົບປະ.
ໂດຍປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ:
“ຂ້າພະເຈົ້າປະກາດຢ່າງຈະແຈ້ງວ່າ ຂ້າພະເຈົ້າບໍ່ໄດ້ຄາດຫວັງວ່າຈະມີການແຊກແຊງໃດໆ ເລີຍ. ແລະພວກເຮົາ ມີການສົນທະນານັ້ນ ໃນຂະນະທີ່ລາວກຳລັງຈະອອກໄປ. ຟັງເດີ, ຂ້າພະເຈົ້າເຊື່ອຫຼືບໍຫັ້ນຫວາ? ຄືທີ່ພວກທ່ານຮູ້ຫັ້ນແຫລະ, ຂ້າພະເຈົ້າ "ເຊື່ອແຕ່ກໍຕ້ອງກວດສອບ," ຄຳສຸພາສິດໂບຮານກໍກ່າວໄວ້ແບບນັ້ນ.
ພັກກອມມູນິສຈີນບໍ່ເຄີຍປົກຄອງໄຕ້ຫວັນ ແຕ່ອ້າງອຳນາດອະທິປະໄຕຕໍ່ລະບອບປະຊາທິປະໄຕທີ່ປົກຄອງຕົນເອງດັ່ງກ່າວ, ເຊິ່ງໄດ້ກາຍເປັນບ້ານໃຫ້ແກ່ຜູ້ນໍາຈີນຊາດນິຍົມທີ່ໄດ້ຮັບຄວາມພ່າຍແພ້ໃນປີ 1949. ປັກກິ່ງໃຫ້ຄຳໝັ້ນສັນຍາວ່າຈະຍຶດເອົາເກາະດັ່ງກ່າວ ໃຫ້ມາຢູ່ພາຍໃຕ້ການຄວບຄຸມຂອງຕົນ ເຖິງແມ່ນວ່າຈະຕ້ອງໃຊ້ກຳລັງກໍຕາມ. ນອກຈາກນີ້ຍັງຄັດຄ້ານ ວໍຊິງຕັນໃນການສະໜອງອຸປະກອນປ້ອງກັນປະເທດໃຫ້ໄທເປອີກດ້ວຍ.
ທ່ານ ຫວູ ຈ້ຽນ (Wu Qian) ໂຄສົກກະຊວງປ້ອງກັນປະເທດຈີນ ກ່າວວ່າ:
"ຄວາມໝັ້ນຄົງຂອງໄຕ້ຫວັນ ແມ່ນຂຶ້ນຢູ່ກັບການພັດທະນາຄວາມສຳພັນຂ້າມຊ່ອງແຄບແບບສັນຕິ ແທນທີ່ຈະເປັນອາວຸດບໍ່ເທົ່າໃດອັນ ທີ່ຜະລິດໂດຍສະຫະລັດ."
ນັບແຕ່ສະຫະລັດ ໄດ້ປ່ຽນການຮັບຮູ້ທາງການທູດຂອງຕົນຈາກລັດຖະບານໄທເປມາເປັນປັກກິ່ງໃນປີ 1979, ວໍຊິງຕັນໄດ້ຢືນຢັນວ່າທັງສອງຝ່າຍ ຄວນແກ້ໄຂຄວາມຂັດແຍ່ງທາງດ້ານການເມືອງໂດຍສັນຕິ.
ນັກວິເຄາະເຊື່ອວ່າທັງສະຫະລັດ ແລະຈີນ ຕ້ອງການຜ່ອນຄາຍຄວາມເຄັ່ງຕຶງ, ແຕ່ຄວາມທ້າທາຍຂັ້ນພື້ນຖານກໍຍັງຄົງມີຢູ່.
ທ່ານ ບອນນີ ລິນ (Bonny Lin) ເປັນຜູ້ອໍານວຍການໂຄງການພະລັງງານຂອງຈີນ ຢູ່ທີ່ສູນກາງການສຶກສາແຜນຍຸດທະສາດ ແລະ ສາກົນ. ທ່ານນາງໄດ້ກ່າວຕໍ່ວີໂອເອຜ່ານທາງ Zoom ວ່າ:
“ທັງນີ້ກໍຍ້ອນວ່າ ບໍ່ມີບັນຫາດ້ານຄວາມໝັ້ນຄົງແຫ່ງຊາດທີ່ໜັກໜ່ວງ ຫຼືບັນຫາທ້າທາຍທີ່ຫຍຸ້ງຍາກທີ່ສຸດ ລະຫວ່າງທັງສອງປະເທດໄດ້ຮັບການແກ້ໄຂ, ແລະ ເຮົາບໍ່ເຄີຍເຫັນແມ້ແຕ່ການຍິນຍອມ ຫຼືການປ່ຽນແປງທີ່ສຳຄັນໃດໆ ຈາກທັງສອງຝ່າຍ. ເຊິ່ງລວມທັງ, ຍົກຕົວຢ່າງ, ໄຕ້ຫວັນ ເຊິ່ງເປັນສິ່ງທີ່ກຳລັງເກີດຂຶ້ນຢູ່ໃນທະເລຈີນໃຕ້. ມັນຍັງລວມເຖິງບັນຫາການຄ້າທີ່ສໍາຄັນບາງບັນຫາ ທີ່ທັງສອງຝ່າຍມີຕໍ່ກັນ."
ໄຕ້ຫວັນປະເມີນວ່າ ການຮຸກຮານຄັ້ງໃຫຍ່ຂອງຈີນ ເບິ່ງຄືວ່າຈະບໍ່ເກີດຂຶ້ນໃນຕອນນີ້, ຫຼັງຈາກການພົບປະລະຫວ່າງຜູ້ນຳສະຫະລັດ ແລະຜູ້ນຳຈີນ. ຈີນບໍ່ໄດ້ນໍາໃຊ້ທາງເລືອກແບບສັນຕິໃນການຮວມຊາດ ຈົນໝົດ ແລະກຳລັງລໍຖ້າຜົນຂອງການເລືອກຕັ້ງໃນເດືອນມັງກອນຂອງໄຕ້ຫວັນ ກ່ອນທີ່ຈະຕັດສິນໃຈດຳເນີນການເຄື່ອນໄຫວຄັ້ງຕໍ່ໄປ, ອີງຕາມການກ່າວຂອງທ່ານນາງ ລິນ ແລະນັກວິເຄາະທ່ານອື່ນໆ.
ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:
A turbulent year in U.S. and China relations culminated in talks between the country’s two leaders on the sidelines of the APEC summit in San Francisco in November. There, Xi Jinping told President Joe Biden that Taiwan is the most sensitive issue in their bilateral ties. VOA State Department Bureau Chief Nike Ching reports on how the island factors into relations between the superpowers.
A walk in the Filoli Estate and Gardens.
U.S. President Joe Biden and Chinese President Xi Jinping held four hours of face-to-face talks last month on the sidelines of the APEC summit.
The two leaders agreed to resume military to military communication to prevent miscalculation and to restart talks to address America’s fentanyl crisis.
Ensuring peace and stability in the Taiwan Strait also was high on the agenda. According to a high-level U.S. official, Xi signaled that China is not preparing for a massive invasion of Taiwan.
Despite this pledge, China is escalating military activities near the Taiwan Strait.
The United States has voiced concerns about any Chinese interference through military coercion, as Taiwan prepares for a presidential election in January 2024.
Biden told reporters after his meeting with Xi that he would “trust but verify” what was said during the meeting.
Joe Biden, U.S. President:
“I made it clear: I didn't expect any interference, any at all. And we had that discussion as -- as he was leaving. Look, do I trust? You know, I “trust but verify,” as the old saying goes.”
The Chinese Communist Party has never ruled Taiwan but claims sovereignty over the self-governed democracy, which became home to the defeated Nationalist Chinese leadership in 1949. Beijing vows to bring the island under its control even by force. It also opposes Washington providing defense equipment to Taipei.
Wu Qian is spokesperson of China’s Ministry of National Defense:
“Taiwan’s security depends on the peaceful development of the cross-strait relations instead of a few pieces of U.S.-made weapons.”
Since the U.S. switched its diplomatic recognition from the government of Taipei to Beijing in 1979, Washington has insisted that the two sides should resolve their political disputes peacefully.
Analysts believe both the United States and China want to ease tensions, but fundamental challenges persist.
Bonny Lin is director of the China Power Project at the Center for Strategic and International Studies. She spoke to VOA via Zoom:
“This is because none of the hard national security issues or the most difficult challenging issues between the two countries have been resolved, nor have we seen any major concessions or changes by either side. This includes, for example, Taiwan, what's happening in the South China Sea. It also includes some of the major trade issues that both sides have with each other.”
Taiwan has assessed that a large-scale Chinese invasion seems unlikely at present, following the meeting between U.S. and Chinese leaders. China believes it has not exhausted peaceful options for unification and is awaiting the result of Taiwan's January election before deciding its next move, according to Lin and other analysts.