ສະຫະລັດ ແລະສະຫະພາບຢູໂຣບ ກ່າວວ່າ ພວກຕົນກຳລັງຈັບຕາເບິ່ງພຽງຢາງ ແລະ ເຕຫະຣ່ານ ສຳລັບການຮ່ວມມືທາງທະຫານທີ່ເປັນໄປໄດ້ ລະຫວ່າງທັງ 2 ປະເທດ ໃນຂະນະທີ່ອີຣ່ານ ກໍໄດ້ຢືນຢັນເຖິງການມາຢ້ຽມຢາມຂອງຄະນະຜູ້ແທນເກົາຫຼີເໜືອ ໃນປະເທດດັ່ງກ່າວ.
"ພວກເຮົາຍັງຄົງເຝົ້າລະວັງຕໍ່ການຮ່ວມມືທາງທະຫານທີ່ເປັນໄປໄດ້ລະຫວ່າງ ສປປ ເກົາຫຼີ ແລະ ອີຣ່ານ ແລະຈະນຳໃຊ້ເຄື່ອງມື ທີ່ມີຢູ່ທັງໝົດ, ລວມທັງການສະກັດກັ້ນ ແລະ ການລົງໂທດ, ເພື່ອຈັດການກັບບັນດາການເຄື່ອນໄຫວດັ່ງກ່າວ".
ຊື່ທາງການຂອງເກົາຫຼີເໜືອ ແມ່ນສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ ຫຼື ສປປ ເກົາຫຼີ (DPRK).
ໃນມື້ດຽວກັນ, ໂຄສົກຂອງສະຫະພາບຢູໂຣບ ກ່າວຕໍ່ວີໂອເອພາສາເກົາຫຼີ ວ່າ ຕົນກຳລັງ “ຕິດຕາມເບິ່ງຢ່າງໃກ້ຊິດ ການພົວພັນ ລະຫວ່າງອີຣ່ານ ແລະ ສປປ ເກົາຫຼີ ແລະການຮ່ວມມືທີ່ອາດເປັນໄປໄດ້ຂອງພວກເຂົາ ເຊິ່ງອາດກ່ຽວຂ້ອງກັບບາງບັນຫາ ຖ້າລະເມີດມາດຕະການລົງໂທດຂອງ ສະຫະປະຊາຊາດ.
ພຽງຢາງໄດ້ປະກາດຜ່ານອົງການຂ່າວ KCNA ຂອງລັດ ວ່າ ຕົນໄດ້ສົ່ງຄະນະຜູ້ແທນທີ່ນຳພາໂດຍລັດຖະມົນຕີກະຊວງພົວພັນເສດຖະກິດລະຫວ່າງປະເທດ ທ່ານ ຢຸນ ຈອງ ໂຮ (Yun Jong Ho) ໄປຍັງອີຣ່ານ ໃນວັນທີ 23 ເມສານີ້.
ໂຄສົກກະຊວງການຕ່າງປະເທດອີຣ່ານ ທ່ານ ນາສຊາ ການາອານີ (Nasser Kanaani) ກ່າວໃນວັນຈັນທີ່ຜ່ານມາ ວ່າ ຄະນະຜູ້ແທນເກົາຫຼີເໜືອ ໄດ້ໄປຢ້ຽມຢາມ ເຕຫະຣ່ານ ໃນອາທິດແລ້ວນີ້ ເພື່ອປຶກສາຫາລືກ່ຽວກັບການຄ້າສອງຝ່າຍ, ອີງຕາມ ອົງການຂ່າວ Reuters.
ແຕ່ ທ່ານ ການາອານີ (Kanaani) ປະຕິເສດຕໍ່ທຸກໆການຮ່ວມມືທີ່ສົງໄສກ່ຽວກັບໂຄງການລູກສອນໄຟຂອງພວກເຂົາ, ໂດຍກ່າວວ່າ ມັນເປັນ "ການຄາດເດົາທີ່ບໍ່ຢຸດຕິທຳ" ໂດຍອີງໃສ່ບົດລາຍງານທີ່ "ບໍ່ເປັນຄວາມຈິງ".
ສະຫະລັດ ໄດ້ກ່າວຫາ ພຽງຢາງ, ເຕຫະຣ່ານ ແລະປັກກິ່ງ ວ່າ ສະໜັບສະໜູນການເຮັດສົງຄາມຕ້ານຢູເຄຣນຂອງຣັດເຊຍ.
ເຕຫະຣ່ານ ຍັງມີສ່ວນກ່ຽວຂ້ອງໃນການຂັດແຍ້ງກັບ ອິສຣາແອລ ອີກດ້ວຍ.