ນາຍົກອັງກິດ ທ່ານຊູນາກ ຢ້ຽມຢາມອິສຣາແອລ ຈະເຕືອນເຖິງການເພີ້ມທະວີຂຶ້ນຂອງສົງຄາມໃນກາຊາ

ນາຍົກລັດຖະມົນຕີອັງກິດ ທ່ານ ຣີຂີ ສຸນາກ ກ່າວຕໍ່ສື່ສັງຄົມ ໃນຂະນະທີ່ເດີນທາງມາເຖິງສະໜາມບິນ Ben Gurion ໃກ້ກັບນະຄອນແຕລ ອາວີບ ປະເທດອິສຣາແອລ ໃັນທີ 19, 2023

ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຣິ​ຊີ ຊູ​ນາກ ໄດ້​ເດີນ​ທາງ​ຮອດ​ປະ​ເທດ ອິ​ສ​ຣາ​ແອ​ລ ໃນ​ວັນ​ພະ​ຫັດ​ມື້ນີ້​ເພື່ອ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ສະ​ເທືອນ​ໃຈ​ຈາກ​ການ​ບຸກ​ໂຈມ​ຕີ​ເມື່ອ​ວັນ​ທີ 7 ຕຸ​ລາ​ໂດຍ​ພວກ​ມື​ປືນ ຮາ​ມາ​ສ ​ແລະ ໄດ້​ຈັດ​ການ​ເຈ​ລະ​ຈາ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ.

ດ້ວຍ​ການ​ໂຈມ​ຕີ​ຕອບ​ໂຕ້ຂອງ ອິ​ສ​ຣາ​ແອ​ລ ຕໍ​ກຸ່ມ​ ຮາ​ມາ​ສ ໃນ​ເຂດ​ກາ​ຊາ ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ​ນັ້ນ, ທ່ານ ຊູ​ນາກ ຈະ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ສຳ​ລັບ​ການ​ສູນ​ເສຍ​ຊີ​ວິດ​ໃນ ອິ​ສ​ຣາ​ແອ​ລ ແລະ​ ໃນ​ດິນ​ແດນ ປາ​ແລັ​ສ​ໄຕ​ນ໌ ທີ່​ຖືກ​ປິດ​ລ້ອມ ແລະ ໄດ້​ເຕືອນ​ຕໍ່​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ຕື່ມ, ອີງ​ຕາມ​ການ​ກ່າວ​ຂອງ​ຫ້ອງ​ການ​ຂອງ​ທ່ານ.

ທ່ານ ຊູ​ນາກ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ອິ​ສ​ຣາ​ແອ​ລ ຫຼັງ​ຈາກ​ໄດ້​ເດີນ​ທາງ​ຮອດ​ວ່າ “ສຳ​ຄັນ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ມາ​ທີ່ນີ້​ເພື່ອ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບປະ​ຊາ​ຊົນ ອິ​ສ​ຣາ​ແອ​ລ. ເຈົ້າ​ໄດ້​ປະ​ສົບ​ກັບ​ຄວາ​ມ​ທຸກ​ທໍ​ລະ​ມານ​ທີ່ບໍ່​ສາ​ມາດ​ເວົ້າ​ອອກ​ມາ​ໄດ້, ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ຂອງ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຮູ້​ວ່າ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແລະ ຂ້າ​ພະ​ເຈົ້າ​ຈະ​ຢືນ​ຢູ່​ກັບ​ພວກ​ທ່ານ.”

ທ່ານ ຊູ​ນາກ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຢ້ຽມ​ຢາມ​ນະ​ຄອນຫຼວງ​ອື່ນໆ​ໃນ​ພາກ​ພື້ນຫຼັງ​ຈາກ ອິ​ສ​ຣາ​ແອ​ລ.

ໃນ​ຖະ​ແຫຼງ​ການ​ກ່ອນ​ໜ້ານີ້, ທ່ານ​ໄດ້​ກ່າວ​ວ່າ​ການ​ລະ​ເບີດ​ຢູ່​ໂຮງ​ໝໍ ກາ​ຊາ ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຂອງ​ປະ​ຊາ​ຊົນ ປາ​ແລັ​ສ​ໄຕ​ນ໌ ຈຳ​ນວນຫຼາຍ​ຄວນ​ເປັນ​ “ຊ່ວງ​ເວ​ລາ​ແຫ່ງ​ການ​ປ່ຽນ​ແປງ​ສຳ​ລັບ​ບັນ​ດາ​ຜູ້​ນຳ​ໃນ​ພາກ​ພື້ນ​ນັ້ນ ແລະ ທົ່ວ​ໂລກ​ທີ່​ຈະ​ມາ​ລວມ​ຕົວ​ກັນ​ເພື່ອຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ອັນ​ຕະ​ລາຍ​ຂຶ້ນກວ່າ​ເກົ່າ.” ແລະ​ກ່າວ​ຕື່ມ​ວ່າ ອັງ​ກິດ ຈະ​ “ຢູ່​ໃນ​ແຖວ​ໜ້າ​ໃນ​ຄວາມ​ພະ​ຍາ​ຍາມນີ້.”

ທ່ານ ຊູ​ນາກ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ເປີດ​ເສັ້ນ​ທາງ​ເພື່ອ​ອະ​ນຸ​ຍາດ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ໃນ​ເຂດກາ​ຊາ ຈາກ​ປະ​ເທດ ອີ​ຈິບ ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ແລະ ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ ອັງ​ກິດ ທີ່​ຕິດ​ຄ້າງ​ໃນ​ເຂດ​ກາ​ຊາ ໜີ​ອອກ​ມາ.

ທ່ານ ຊູ​ນາກ ໄດ້​ກ່າວ​ວ່າ “ການ​ເສຍ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ​ທຸກ​ຄົນ​ແມ່ນ​ໂສກ​ນາດ​ຕະ​ກຳ. ແລະ ຊີ​ວິດ​ຈຳ​ນວນຫຼວງຫຼາຍ​ແມ່ນ​ໄດ້​ສູນ​ເສຍ​ໄປ​ລຸນຫຼັງ​ການ​ກະ​ທຳ​ກໍ່​ການ​ຮ້າຍ​ທີ່​ເປັນ​ຕາ​ຢ້ານ​ຂອງ​ພວກ ຮາ​ມາ​ສ.”

ມີ​ຄົນ​ສັນ​ຊາດ​ອັງ​ກິດ​ຢ່າງ​ໜ້ອຍ 7 ຄົນ​ໄດ້​ເສຍ​ຊີ​ວິດ ແລະ ຢ່າງ​ໜ້ອຍ 9 ຄົນ​ແມ່ນ​ຍັງ​ຫາຍ​ສາບ​ສູນ​ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ໃສ່​ອິ​ສ​ຣາ​ແອ​ລ, ໂຄງ​ສົກ​ຂອງ​ທ່ານ ຊູ​ນາກ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ