ປະຊາຊົນຫຼາຍພັນຄົນພາກັນເດີນຂະບວນປະທ້ວງໃນນະຄອນຫຼວງ ຣາບັດ ໂດຍຮຽກຮ້ອງໃຫ້ຍຸຕິຄວາມສໍາພັນລະຫວ່າງ ໂມຣົົກໂກ ແລະ ອິສຣາແອລ 

ຊາວໂມຣັອກໂກ ພາກັນແກວ່ງທຸງ ປາແລັສໄຕນ໌ ໃນລະຫວ່າງການປະທ້ວງໃນເມືອງຣາບັດ ເມື່ອວັນທີ 24 ທັນວາ 2023 ເພື່ອສະແດງຄວາມສາມັກຄີກັບກາຊາ ທ່າມກາງຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະກຸ່ມຫົວຮຸນແຮງຮາມາສ ຍັງຄົງດໍາເນີນຢູ່ຕໍ່ໄປ.

ຜູ້​ປະ​ທ້ວງ​ຫຼາຍ​ພັນ​ຄົນ ​ໄດ້​ຈັດການ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ສະໜັບສະໜຸນຊາວ​ປາ​ແລັ​ສ​ໄຕ​ນ໌ຄັ້ງໃຫຍ່​ທີ່​ສຸດ ​ໃນ​ວັນ​ອາທິດ​ວານ​ນີ້ ​ຢູ່​ນະຄອນຫຼວງ ຣາບັດ (Rabat) ນັບຕັ້ງ​ແຕ່​ສົງຄາມ​ຢູ່ໃນຂົງ​ເຂດ​ກາຊາ​ໄດ້​ລະເບີດຂຶ້ນ, ​ໂດຍ​ຮຽກຮ້ອງ​ໃຫ້​ມີ​ການ​ຍຸຕິ​ສາຍ​ພົວພັນ​ຂອງ​ໂມ​ຣົກ​ໂກ ກັບ ອິສຣາ​ແອລ, ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີສ (Reuters).

ການ​ປະ​ທ້ວງ​ສົງຄາມ​ຂອງ​ອິສຣາ​ແອ​ລ​ຢູ່ໃນ​ເຂດ​ກາຊາ ​ໄດ້​ດຶງ​ດູດເອົາ​ປະຊາຊົນຫລາຍ​ພັນ​ຄົນ​ໃນ​ໂມ​ຣົກ​ໂກ ນັບ​ຕັ້ງ​ແຕ່​ການຕໍ່ສູ້​ກັນ​ໄດ້​ເລີ້ມຕົ້ນ​ຂຶ້ນ​ເມື່ອ​ສອງ​ເດືອນ​ທີ່ຜ່ານ​ມາ ເຊິ່ງ​ການປະທ້ວງສ່ວນ​ໃຫຍ່​ແມ່ນ​ນຳພາ​ໂດຍ​ກຸ່ມ​ຊາວ​ອາຣັບຢ່າງກວ້າງຂວາງ ​ແລະ​ກຸ່ມ​ລັດ​ອິສລາມຕ່າງໆ.

ການ​ເດີນ​ຂະ​ບວນ​ໃນ​ວັນ​ອາ​ທິດ​ວານນີ້ ແມ່ນ​ໄດ້​ຈັດຮ່ວມກັນ​ໂດຍ​ກຸ່ມ​ຝ່າຍ​ຊ້າຍຈັດ ​ແລະ​ ກຸ່ມ ອາໂດລ ວາລ ອີຊານ (Adl wal Ihsan) ເຊິ່ງເປັນກຸ່ມພວກນອກກົດໝາຍແຕ່ໄດ້ຮັບການຍອມຮັບ.

ຜູ້ປະທ້ວງ 10,000 ຄົນ ສ່ວນຫຼາຍປາກົດວ່າ ເປັນຊາວອິສະລາມ ໂດຍມີບັນດາຜູ້ຊາຍພາກັນເດີນຂະບວນຕ່າງຫາກ ແຍກອອກຈາກພວກແມ່ຍິງ, ພ້ອມທັງໂບກທຸງປາແລັສໄຕນ໌ ແລະຖືປ້າຍທີ່ຂຽນວ່າ “ຕໍ່ຕ້ານ ຈົນກ່ວາຈະໄດ້ຮັບໄຊຊະນະ”, “ຍຸຕິການເຮັດໃຫ້ລັດຖະບານ ໂມຣົກໂກ ດໍາເນີນງານຕາມປົກກະຕິກັບ ອິສຣາແອລ” ແລະ “ຈົ່ງປ່ອຍ ປາແລັສໄຕນ໌ ໃຫ້ເປັນອິດສະຫຼະ.”

ອ່ານຂ່າວນີ້ເປັນພາສາອັງກິດ