ເກົາຫຼີໃຕ້ ໂຈມຕີການຄ້າອາວຸດ ທີ່ຜິດກົດໝາຍຂອງເກົາຫຼີເໜືອ ດ້ວຍການລົງໂທດຄັ້ງໃໝ່

ແຟ້ມຮູບ-ລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີເໜືອ ທ່ານກັງຊັນ ນໍາ ກ່າວ​ຄຳປາໄສ ໃນລະຫວ່າງພິທີສວນສະໜາມຂອງກອງທັບ ໃນວັນຄົບຮອບອັນສໍາຄັນ ຂອງສົງຄາມເກົາຫຼີ ຢູ່ທີ່ຈະຕຸລັດ ກິມ ອີລ ຊຸງ ໃນນະຄອນຫຼວງພຽງຢາງ, ວັນທີ 27 ກໍລະກົດ 2023.

ເກົາຫຼີໃຕ້, ໃນວັນພະຫັດວານນີ້ ໄດ້ກໍານົດການລົງໂທດໃໝ່ ຕໍ່ 10 ບຸກຄົນ ແລະສອງໜ່ວຍງານ ທີ່ມີສ່ວນເຂົ້າໃນການດໍາເນີນງານທາງດ້ານການເງິນ ທີ່ພົວພັນກັບໂຄງການນິວເຄລຍຂອງເກົາຫຼີເໜືອ ແລະການຊື້ຂາຍອາວຸດກັບສາມປະເທດ, ລວມທັງ ຣັດເຊຍ ນໍາອີກດ້ວຍ.

ກະຊວງການຕ່າງປະເທດຂອງເກົາຫຼີໃຕ້ກ່າວຢູ່ໃນຖະແຫຼງການວ່າ ການດໍາເນີນການດັ່ງກ່າວມີຂຶ້ນເພື່ອ “ຮັບ​ມືຢ່າງເຂັ້ມງວດ ຕໍ່ກິດຈະກໍາທີ່ຜິດກົດໝາຍຕ່າງໆຂອງເກົາຫຼີເໜືອ ທີ່ມີທ່າທາງວ່າເປັນໄພຂົ່ມ​ຂູ່ຕໍ່ສັນຕິພາບ, ຄວາມໝັ້ນຄົງຢູ່ໃນແຫຼມເກົາຫຼີ ແລະປະຊາຄົມສາກົນ.”

ເຈົ້າໜ້າທີ່ທະຫານຂັ້ນສູງຂອງເກົາຫຼີເໜືອ, ພ້ອມດ້ວຍລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານກັງ ຊັນ ນໍາ (Kang Sun Nam), ແມ່ນນຶ່ງໃນຈໍານວນຜູ້ທີ່ກໍາລັງປະເຊີນກັບການລົງໂທດໃໝ່ເຫຼົ່ານັ້ນ.

ທ່ານກັງ, ເຫັນວ່າທ່ານໄປກັບຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ທີ່ເດີນທາງໄປຂົງເຂດຕາເວັນອອກໄກຂອງ ຣັດເຊຍ ໃນອາທິດແລ້ວນີ້ ສໍາລັບກອງປະຊຸມສຸດຍອດກັບປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນກ່ຽວກັບການຮ່ວມມືທາງທະຫານລະຫວ່າງສອງປະເທດ.

ການຫາລືໂດຍກົງຂອງພວກເຂົາເຈົ້າ ໄດ້ສ້າງຄວາມກັງວົນໃຫ້ເຈົ້າໜ້າທີ່ຂອງ ສະຫະລັດ ແລະ ເກົາຫຼີໃຕ້ ທີ່ເກົາຫຼີເໜືອອາດສະໜອງລູກປືນໃຫ້ແກ່ ຣັດເຊຍ ສໍາລັບສົງຄາມຢູ່ໃນຢູເຄຣນ ເພື່ອແລກປ່ຽນກັບການຊ່ວຍເຫຼືອ ທາງດ້ານເສດ ຖະກິດຈາກ ຣັດເຊຍ ພ້ອມດ້ວຍເທັກໂນໂລຈີທີ່ທັນສະໄໝ ສໍາລັບດາວທຽມ ແລະເຮືອດໍານໍ້າພະລັງງານນິວເຄລຍຂອງເກົາຫຼີເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ