ພາຍຸໃຫຍ່ຫົວນຶ່ງ ພາໃຫ້ເກີດຝົນຕົກໜັກ ໃນພາກຕາເວັນອອກສຽງເໜືອຂອງສະຫະລັດ ແລະລົມແຮງພັດເຂົ້າຖະຫຼົ່ມ ເຮັດໃຫ້ຫຼາຍຮ້ອຍພັນຄົນບໍ່ມີໄຟຟ້າໃຊ້ ອີງຕາມລາຍງານຂອງອົງການຂ່າວເອພີ.
ສະພາບອາກາດປັ່ນປ່ວນ ທີ່ຮຸນແຮງດັ່ງກ່າວ ປະກອບດ້ວຍພາຍຸຫິມະ ຕະຫຼອດ ເຖິງທໍເນໂດ ທີ່ມີການລາຍງານວ່າ ໄດ້ເກີດຂຶ້ນຢູ່ໃນເຂດອື່ນໆຂອງປະເທດ.
ທ້າວແຮໂຣລດ໌ ເມີຣີມັນ (Harold Merrimont) ຊ້ວນຫິມະອອກ ພ້ອມກັບໝາຂອງລາວ ທີ່ເມືອງເພລນຟິລ ໃນລັດເວີມັນ ເມື່ອວັນທີ 10 ມັງກອນ 2024.
ບາງເຂດ ຂອງລອງໄອແລນ ໃນລັດນິວຢອກ ໄດ້ຖືກນ້ຳຈາກທະເລ ລົ້ນຝັ່ງຂຶ້ນມາຖ້ວມ ໃນວັນພຸດວານນີ້.
ຢູ່ທີ່ລັດນິວເຈີຊີ ຫົນທາງຫົນທາງຫຼາຍເສັ້ນ ໄດ້ຖືກນ້ຳຖ້ວມ ຂະນະທີ່ແມ່ນ້ຳຫຼາຍສາຍກໍພວມລົ້ນຝັ່ງຖ້ວມ.
ລົດແລ່ນໄປມາຢ່າງຊ້າໆ ຢູ່ຕາມຖະໜົນຫົນທາງທີ່ປົກຫຸ້ມດ້ວຍຫິມະ ທີ່ເມືອງວິລລິງ ລັດອິນລີນອຍ ເມື່ອວັນທີ 9 ມັງກອນ 2024.
ລະບົບອາກາດອັນດຽວກັນນີ້ ຍັງໄດ້ພາໃຫ້ເກີດຝົນຕົກໜັກ ໝາກເຫັບຕົກ ແລະລົມທໍເນໂດ ພັດເຂົ້າຖະຫຼົ່ມ ຢູ່ໃນເຂດພາກໃຕ້ຂອງປະເທດ.
ຂະນະດຽວກັນ ຫຼາຍໆເຂດຂອງລັດຟລໍຣິດາ ກຳລັງປະເຊີນໜ້າກັບໄພນ້ຳຖ້ວມ ແລະເຂດພາກກາງ ທີ່ຂ້ອນໄປທາງທິດຕາເວັນຕົກ ກໍໄດ້ມີການເຕືອນ ໃຫ້ລະມັດລະວັງ ອຸນຫະພູມຈະຕົກຮວບລົງກໍເປັນໄປໄດ້.