ຄວາມສຳພັນຣັດເຊຍ ເກົາ​ຫລີເໜືອ: ຄວາມ​ໃກ້ຊິດລະ​ຫວ່າງປູຕິນ ​ກັບກິມ ຈະຍາວນານບໍ?

ຮູບພາບເຜີຍແຜ່ໂດຍ ອົງການຂ່າວ Sputnik ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ (ຂວາ) ຈັບມືກັບ ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອືນ (ຊ້າຍ) ລະຫວ່າງການພົບປະຢູ່ Vostochny Cosmodrome ໃນຂົງເຂດ Amur ປະເທດຣັດເຊຍ ວັນທີ 13 ກັນຍາ 2023

ຄວາມ​ສຳ​ພັນທີ່​ອົບ​ອຸ່ນ​ຂຶ້ນ ລະຫວ່າງເກົາຫລີເໜືອແລະຣັດເຊຍ ອາດ​ຈະ​ແກ່ ຍາວ​ຕໍ່ໄປ ຕາບ​ໃດ​ທີ່ສົງຄາມ​ໃນຢູເຄຣນ​ຍັງ​ດຳ​ເນີນ​ຢູ່ ເຮັດໃຫ້ພຽງຢາງຖືກປະຖີ້ມໄປ ຫລືຂະຫຍາຍຕົວອອກ ຂຶ້ນກັບຄວາມຕ້ອງການດ້ານ​ອາ​ວຸດ​ຍຸດ​ທະ​ພັນ ແລະຜົນປະໂຫຍດ ໃນການ​ຕ່າວ​ປີ້ນ​ລະ​ບຽບ​ຂອງ​ສາ​ກົນ​ ພາຍ​ໃຕ້ການ​ນຳ​ພາ​ຂອງສະຫະລັດ​ ບັນດານັກຊ່ຽວຊານໄດ້ກ່າວ.

ດັ່ງທີ່ປະທານາທິບໍດີໂຈ ໄບເດັນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳທົ່ວໂລກ ໃຫ້ການສະໜັບສະໜູນແກ່ຢູເຄຣນ ຢູ່ໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນອັງຄານທີ່ຜ່ານມາ ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ໄດ້ກັບຄືນບ້ານ ຫລັງຈາກຫົກມື້ ໃນການຢ້ຽມຢາມຣັດເຊຍຂອງທ່ານ ລະຫວ່າງທີ່ທ່ານໄດ້ປະກາດທີ່ຈະສະໜອງ “ຢ່າງເຕັມທີ່ ແລະບໍ່ມີເງື່ອນໄຂ” ຕໍ່​ການ​ເຮັດສົງຄາມຂອງປະທານາ ທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ຢູ່ໃນຢູເຄຣນ.

ທ່ານກິມ ໄດ້​ໄປເຖິງນະຄອນພຽງຢາງ ຢູ່ໃນລົດໄຟສ່ວນໂຕ ໃນຕອນແລງວັນອັງຄານທີ່ຜ່ານມາ ອີງ​ຕາມອົງການຂ່າວທາງການເກົາຫລີເໜືອ (KCNA) ໄດ້ກ່າວ ຫລັງຈາກມື້ຕໍ່ມາ. ການຢ້ຽມຢາມດ້ວຍ “ຈຸດປະສົງດີ” ຂອງທ່ານ ຕໍ່ຣັດເຊຍ “ໄດ້ເປີດໜ້າໃໝ່ຂອງການພັດທະນາ” ລະຫວ່າງສອງປະເທດ ທີ່ KCNA ໄດ້ກ່າວເຖິງການຂາຍ ໃນຂະນະທີ່ລົດໄຟຂອງທ່ານກິມ ໄດ້ຂ້າມຊາຍແດນ.

ໃນການໃຊ້ນໍ້າສຽງຕ່າງກັນໜ້ອຍນຶ່ງກັບເກົາຫລີເໜືອ ໂຄສົກວັງເຄຣມລິນ ທ່ານເດີມີຕຣີ ເປສກັອຟ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນສຸກແລ້ວນີ້ວ່າ ທ່ານກິມ ແລະທ່ານປູຕິນ ບໍ່ໄດ້ເຊັນຂໍ້ຕົກລົງໃດໆ ບໍ່​ວ່າ​ຈະ​ເປັນ​ໃນ​ດ້ານ​ທະ​ຫານ ຫລືຢ່າງອື່ນ.

ອ່ານຂ່າວນີ້ເປັນພາສາອັງກິດ