ທ່ານ ກິມ ຈົງ ອຶນ ສັ່ງໃຫ້ກຽມພ້ອມໃນດ້ານນິວເຄລຍ ພາຍຫຼັງການທົດລອງລູກສອນໄຟຂີປະນາວຸດ

ຜູ້ນໍາເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກໍາລັງຄວບຄຸມໃນສິ່ງທີ່ອົງການຂ່າວ KCNA ຮ້ອງວ່າ ການທົດລອງຍິງລູກສອນໄຟເໜືອທະເລ ນອກບໍລິເວນຊາຍຝັ່ງທາງທິດຕາເວັນຕົກຂອງແຫຼມເກົາຫຼີ, ວັນທີ 26 ກຸມພາ 2025.

ອົງການສືບລັບຂອງ ເກົາຫຼີໃຕ້ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຜູ້ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ (Kim Jong Un) ​ໄດ້​ກວດກາ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ນຳ​ວິຖີ ​ແລະໄດ້ມີຄໍາ​ສັ່ງ​ໃຫ້​ກຽມພ້ອມ​ເຕັມ​ທີ່ ​ໃນ​ການ​ນຳ​ໃຊ້​ຄວາມ​ສາມາດ​ໂຈມ​ຕີ​ດ້ວຍ​ນິວ​ເຄລຍ ​ເພື່ອ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ​ໃຫ້​ມີ​ປະສິດທິ​ພາບ​ທີ່​ສຸດ.

ອົງການຂ່າວ KCNA ກ່າວ​ວ່າ ການ​ທົດ​ລອງຄັ້ງນີ້ ​ໄດ້​ຖືກ​ອອກ​ແບບມາ​ເພື່ອ​ເຕືອນ​ “​ສັດຕູ ຜູ້​ທີ່​ລະເມີດຕໍ່​ສະພາບ​ແວດ​ລ້ອມດ້ານຄວາມ​ປອດ​ໄພ​ຂອງ​ປະ​ເທດຢ່າງ​ຮ້າຍ​ແຮງ ພ້ອມ​ທັງ​ຊຸກຍູ້ສົ່ງເສີມ ​ແລະຍົກລະດັບສະພາບ​ແວດ​ລ້ອມ​ ສໍາລັບການ​ປະ​ເຊີນ​ໜ້າ​ຫຼາຍຂຶ້ນ,” ​ແລະ​ເພື່ອ​ສະ​ແດງ​ໃຫ້​ເຫັນເຖິງ “ຄວາມ​ພ້ອມ​ຂອງ​ປະຕິບັດການ​ນິວ​ເຄລຍຂອງ​ຕົນ.”

ອົງການຂ່າວ KCNA ກ່າວໂດຍອ້າງເຖິງຄໍາເວົ້າຂອງ ທ່ານ ກິມ ​ວ່າ “ສິ່ງ​ທີ່ຮັບ​ປະ​ກັນ​ໄດ້ຈາກຄວາມ​ສາ​ມາດໃນການ​ບຸກ​ໂຈມ​ຕີ​ທີ່​ມີ​ປະ​ສິດ​ທິ​ພາບ ​ແມ່ນ​ຄວາມ​ສາ​ມາດໃນການ​ຂັດຂວາງ ​ແລະປ້ອງກັນທີ່​ສົມບູນແບບ​ທີ່​ສຸດ”.

ອົງການຂ່າວ KCNA ຍັງກ່າວອີກ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ນີ້ ມີຂຶ້ນ​ໃນ​ວັນ​ພຸດ​ວານ​ທີ່​ຜ່ານມາ ​ຢູ່ເໜືອ​ທະ​ເລ​ນອກຊາຍ​ຝັ່ງທາງທິດ​ຕາ​ເວັນ​ຕົກ​ຂອງ​ແຫຼມ​ເກົາຫຼີ.

ກອງທັບເກົາຫຼີໃຕ້ກ່າວໃນວັນສຸກມື້ນີ້ວ່າ ຕົນກວດພົບສັນຍານຂອງການກະກຽມຍິງລູກສອນໄຟໃນວັນພຸດແລ້ວນີ້ ແລະໄດ້ຕິດຕາມລູກສອນໄຟນຳວິຖີຫຼາຍລູກ ຫຼັງຈາກຖືກຍິງຂຶ້ນປະມານ 8 ໂມງເຊົ້າຕາມເວລາຢູ່ໃນທ້ອງຖິ່ນ ຢູ່ເໜືອທະເລບໍລິເວນດັ່ງກ່າວ.

ເກົາຫຼີ​ເໜືອ​ ໄດ້​ດໍາເນີນການ​ພັດທະນາ​ລູກ​ສອນ​ໄຟ​ນຳ​ວິຖີ​ຍຸດ​ທະ​ສາດມາ​ເປັນ​ເວລາ​ຫຼາຍ​ປີ, ​ໂດຍຈຸດປະສົງ ເພື່ອ​ຕິດຕັ້ງ​ຫົວ​ລົບ​ນິວ​ເຄລຍ.

ລູກ​ສອນ​ໄຟ​ປະ​ເພດ​ນີ້ ​ມີ​ທ່າ​ອ່ຽງ​ທີ່​ຈະ​ສ້າງຄວາມກັງວົນ ​ແລະການ​ປະນາມ​ຈາກ​ປະຊາ​ຄົມ​ໂລກ​ ໜ້ອຍ​ກວ່າ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ, ​ເນື່ອງຈາກ​ມັນ​ບໍ່​ໄດ້​ຖືກ​ຫ້າມ​ຢ່າງ​ເປັນ​ທາງ​ການ ​ຕາມ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​.

ສະພາ​ຄວາມ​ໝັ້ນຄົງ​ແຫ່ງອົງການສະຫະປະຊາຊາດ ໄດ້​ຫ້າມເກົາຫຼີ​ເໜືອ​ຈາກ​ການ​ພັດທະນາ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ພ້ອມທັງອາວຸດ​ນິວ​ເຄລຍ, ​ແລະ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດຢ່າງຫຼວງຫຼາຍ​ສໍາລັບການ​ລະ​ເມີດດັ່ງກ່າວມານີ້.

ອ່ານຂ່າວນີ້ເປັນພາສາອັງກິດ