ນາຍົກລັດຖະມົນຕີລາວ ຮຽກຮ້ອງຕໍ່ລັດຖະບານໄທ ເພື່ອອະນຸຍາດໃຫ້ລາວ ເພີ້ມການສົ່ງອອກໄຟຟ້າຜ່ານໄທ

  • ຊົງຣິດ ໂພນເງິນ

ເສົາໄຟຟ້າແຮງສູງຢູ່ຕາມເຂດຊົນນະບົດທີ່ນຳສົ່ງກະແສໄຟຟ້າໄປຂາຍໃຫ້ປະເທດເພື່ອນບ້ານ

ນາຍົກລັດຖະມົນຕີລາວ ຮຽກຮ້ອງຕໍ່ລັດຖະບານໄທ ເພື່ອອະນຸຍາດໃຫ້ລາວ ເພີ້ມການສົ່ງອອກພະລັງງານໄຟຟ້າຜ່ານໄທ ໄປຂາຍໃຫ້ສິງກະໂປ ​ຫາກແຕ່​ກໍຍັງ​ບໍ່​ມີທ່າທີ​ຕອບ​ສະໜອງ​ຈາກ​ລັດຖະບານ​ໄທ ແຕ່​ຢ່າງ​ໃດ.

Your browser doesn’t support HTML5

ນາຍົກລັດຖະມົນຕີລາວ ຮຽກຮ້ອງຕໍ່ລັດຖະບານໄທ ເພື່ອອະນຸຍາດໃຫ້ລາວ ເພີ້ມການສົ່ງອອກໄຟຟ້າຜ່ານໄທ

ການຮຽກຮ້ອງຕໍ່ລັດຖະບານໄທ ເພື່ອຂໍໃຫ້ຕົກລົງ ແລະອະນຸຍາດໃຫ້ລັດຖະບານລາວ ສາມາດທີ່ຈະສົ່ງກະແສໄຟຟ້າຜ່ານໄທ ໄປຂາຍໃຫ້ກັບສິງກະໂປເພີ້ມຂຶ້ນນີ້ ໄດ້ມີຂຶ້ນໃນໂອກາດການເດີນທາງໄປຢ້ຽມຢາມປະເທດໄທ ຢ່າງເປັນທາງການ ໂດຍ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເມື່ອທ້າຍເດືອນກຸມພາ 2025 ທັ້ງນີ້ ກໍຍ້ອນວ່າ ລັດຖະບານສິງກະໂປ ຕ້ອງການຈະນຳເຂົ້າກະແສໄຟຟ້າຈາກລາວ ເພີ້ມຂຶ້ນເປັນສອງເທົ່າ ໃນປີ 2026 ຫາກແຕ່ພາຍໃຕ້ຂໍ້ຕົກລົງລະຫວ່າງ ລາວ-ໄທ-ມາເລເຊຍ-ສິງກະໂປ ນັບແຕ່ປີ 2023 ເປັນຕົ້ນໄປ ລັດຖະບານໄທ ໄດ້ຕົກລົງໃຫ້ລາວສົ່ງກະແສໄຟຟ້າຜ່ານລະບົບສາຍສົ່ງຂອງໄທ ໄປສິງກະໂປໄດ້ພຽງ 100 ເມກາວັດ ແຕ່ເມື່ອລາວ ກັບສິງກະໂປຕ້ອງການທີ່ຈະເພີ້ມການສົ່ງກະແສໄຟຟ້າ ຈຶ່ງຈະຕ້ອງ​ມີ​ການເຮັດຂໍ້​ຕົກລົງ​ໃໝ່ດ້ວຍ ແຕ່ລັດຖະບານລາວ ຄາດຫວັງວ່າ ຈະໄດ້ຮັບການຕອບສະໜອງຈາກລັດຖະບານໄທດັ່ງທີ່ ທ່ານສອນໄຊ ໄດ້ຢືນຢັນໃນໂອກາດຖະແຫລງຂ່າວຮ່ວມກັນກັບ ທ່ານນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ທີ່ບາງກອກ ເມື່ອບໍ່ນານມານີ້ ວ່າ “ຂ້າ​ພະ​ເຈົ້າ​ເອງ ກະ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ໄທ​ພິ​ຈາ​ລະ​ນາ​ໂຄງ​ການ​ເຊື່ອມ​ຕໍ່​ຕາ​ຂ່າຍ​ໄຟ​ຟ້າ​ ລາວ-ໄທ-ມາ​ເລ​ເຊຍ-ສິງ​ກະ​ໂປ ໄລ​ຍະ​ທີ 2 ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເຊື່ອມ​ຕໍ່​ພະ​ລັງ​ງານ​ອາ​ຊຽນ ໂດຍ 4 ຝ່າຍກໍ່ໄດ້​ມີ​ຖະ​ແຫຼງການ​ຮ່ວມ ​ໃນ​ປີ 2023 ເປັນຕ້ນມາ ​ແລະ​ໂຄງການ​ນີ້ ​ກໍ່ຈະ​ເປັນ​ຕົວຢ່າງ​ທີ່​ດີ ຊຶ່ງການ​ຈັດ​ຕັ້ງ​ປະຕິບັດ​ 1 ປີ​ທີ່​ຜ່ານ​ມາ ເຫັນວ່າ​ ໄດ້​ມີໝາກ​ຜົນ​ການ​ຕອບສະ​ໜອງ​ພະ​ລັງ​ງານ​ສະ​ອາດ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນດ້ວຍກັນ ສະ​ນັ້ນການ​ຂະ​ຫຍາຍ​ໂຄງ​ການໄລ​ຍະທີ 2 ກໍ່ຈະ​ເປັນການສະໜັບສະໜຸນ​ຄວາມ​ເປັນປຶກແຜ່ນຂອງ​ອາ​ຊຽນ.”

ແຕ່ຢ່າງໃດກໍຕາມ ລັດຖະບານໄທ ກໍ່ຍັງບໍ່ມີທ່າທີໃດໆ ຕໍ່ການຮຽກຮ້ອງດັ່ງກ່າວຂອງຜູ້ນຳລັດຖະບານລາວ ແຕ່ວ່າ ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທຄົນກ່ອນກໍ່ເຄີຍໄດ້ປະຕິເສດຕໍ່ການຮຽກຮ້ອງຂອງ ທ່ານສອນໄຊ ມາແລ້ວຄັ້ງໜຶ່ງ ໂດຍໄດ້ໃຫ້ເຫດຜົນວ່າ ການສົ່ງກະແສໄຟຟ້າເປັນເລື້ອງຜົນປະໂຫຍດທາງທຸລະກິດ ຈຶ່ງຈະຕ້ອງຕົກລົງກັນ ດ້ວຍການໃຫ້ຄວາມສຳຄັນກັບຜົນປະໂຫຍດທາງທຸລະກິດເປັນດ້ານຫຼັກ ໝາຍຄວາມວ່າ ລາວຕ້ອງຂາຍກະແສໄຟຟ້າໃຫ້ກັບໄທເທົ່ານັ້ນ ​ແລະ​ໄທ​ຈະ​ເປັນ​ຜູ້​ສົ່ງ​ໄຟຟ້າ​ຈາກ​ລາວ​ໄປ​ຂາຍ​ໃຫ້​ສິງກະ​ໂປ ​ດັ່ງ​ທີ່ ​ທ່ານ​ເສດ​ຖາ ຢືນຢັນ​ໃນ​ຖານະ​ນາຍົກລັດຖະມົນຕີ​ໄທ​ ວ່າ "ທ່ານຜູ້ນໍາລາວ ຖາມມາວ່າ ຂໍອະນຸຍາດຂາຍໄຟຟ້າສະອາດໄປໃຫ້ສິງກະໂປ ຂ້າ​ພະ​ເຈົ້າບອກວ່າ ​ບໍ່ໄດ້ ຂ້າ​ພະ​ເຈົ້າ​ບໍ່​ອະ​ນຸ​ຍາດ​ ຂ້າ​ພະ​ເຈົ້າ​ບໍ່ໃຫ້ຂາຍ ຖ້າ​ຫາກ​ຕ້ອງ​ການຈະ​ຂາຍ ກໍຂາຍໃຫ້​ພວກ​ເຮົາ ເຮົາ​ຊື້​ໝົດ ເພາະພະ​ລັງ​ງານ​ສະ​ອາດ​ແມ່ນ​ຈຸດໝາຍ​ທີ່ເຮົາ​ຈະ​ກ້າວ​ໄປ​ຂ້າງ​ຫນ້າ ຈຸດ​ແຂງ​ຂອງປະເທດ​ໄທ ຄືເຮົາມີພື້ນທີ່ກວ້າງໃຫຍ່ ພວກເຮົາມີຊັບພະຍາກອນ ແລະສໍາຄັນທີ່ສຸດ ກໍຄືພວກເຮົາມີສາຍສົ່ງທີ່ພ້ອມ ປະເທດສິງກະໂປເອງ ເຂົາກໍ່ຕ້ອງການໄຟຟ້າສະອາດ ແຕ່ວ່າ ເຂົາບໍ່ສາມາດພັດທະນາໄດ້ ພວກເຂົາ​ຕ້ອງ​ຊື້​ຈາກ​ເຂດ​ອ້ອມ​ຂ້າງ ຊຶ່ງ​ໄທ​ກໍ່​ສາມາດ​ເປັນ​ຜູ້​ຂາຍ​ໄຟຟ້າ​ສະອາດ​ໃຫ້​ເຂົາ​ໄດ້ ​ເລື້ອງ​ນີ້ ກະພິຖີພິຖັນໜ້ອຍໜຶ່ງ​ໃນ​ດ້ານ​ການ​ພົວພັນ​ລະຫວ່າງປະເທດ ແຕ່ວ່າໃນແງ່ຂອງການແຂ່ງຂັນນັ້ນ ກໍຕ້ອງຍອມຮັບວ່າມີການແຂ່ງຂັນກັນສູງຫຼາຍ.”

ສ່ວນເຈົ້າໜ້າທີ່ໃນຄະນະ​ກຳມະການ​ສິດທິ​ມະນຸດ​ແຫ່ງ​ຊາດ​ໄທ ເປີດ​ເຜີຍ​ວ່າ ຄະນະ​ກຳມະການ​ສິດທິ​ມະນຸດ​ແຫ່ງ​ຊາດ​ໄທ ໄດ້ຍື່ນຈົດໝາຍເຖິງລັດຖະບານໄທ ເພື່ອຂໍໃຫ້ທົບທວນຄືນຂໍ້ຕົກລົງໃນການຊື້ໄຟຟ້າຈາກລາວ ເມື່ອບໍ່ນານມານີ້ ໂດຍສະເພາະແມ່ນການຂໍໃຫ້ທົບທວນຄືນຂໍ້ຕົກລົງໃນການຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້າທີ່ຈະກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສຳຫຼວດເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ບໍ່ໄດ້ມາດຕະຖານສາກົນ ທັ້ງປະກົດດ້ວຍວ່າ ຂໍ້ຕົກລົງການຊື້ໄຟຟ້າຈາກໂຄງການເຂື່ອນຕ່າງໆໃນລາວ ບໍ່ໄດ້ໃຫ້ຂໍ້ມູນຢ່າງຄົບຖ້ວນແກ່ປະຊາຊົນໄທ ຈຶ່ງເຮັດໃຫ້ເກີດຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວ ມັນຈະມີຜົນກະທົບທີ່ຂ້າມຊາຍແດນຈາກລາວໄປປະເທດໄທ ຈຶ່ງ​ຖື​ວ່າ​ ເປັນ​ການ​ລະ​ເມີດ​ສິດຕາມ​ລັດຖະທຳ​ມະນູນ​ຂອງ​ພົນລະ​ເມືອງ​ໄທ ດ້ວຍນັ້ນເອງ.