ທ່ານນາງຈີລ ໄບເດັນ, ໃນວັນພຸດວານນີ້ ເປັນສະຕີໝາຍເລກນຶ່ງຂອງອາເມຣິກັນ ທີ່ເດີນທາງໄປປະເທດນາມມີເບຍ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສຽງໃຕ້ຂອງທະວີບອາຟຣິກາ, ທ່ານນາງກ່າວວ່າ ເລືອກໄປປະເທດດັ່ງກ່າວນີ້ ເນື່ອງຈາກເປັນປະເທດທີ່ມີປະຊາທິປະໄຕທີ່ສົດຊື່ນ. ປະທານາທິບໍດີຂອງປະເທດນາມມີເບຍ ພ້ອມດ້ວຍພັນລະຍາ ໄດ້ໃຫ້ການຕ້ອນຮັບທ່ານນາງຈີລ ໄບເດັນຢ່າງອົບອຸ່ນ ໃນການແວ່ຢ້ຽມຢາມບ່ອນທໍາອິດ ຂອງການເດີນທາງມາທະວີບແຫ່ງນີ້ ໃນຖານະສະຕີໝາຍເລກນຶ່ງ.
ສະຕີໝາຍເລັກນຶ່ງ ທ່ານນາງຈີລ ໄບເດັນ (ຊ້າຍ), ພ້ອມດ້ວຍສະຕີໝາຍເລກນຶ່ງຂອງນາມມີເບຍ ທ່ານາງໂມນິກາ ກິ່ງໂກສ ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວິນໂດເອັກ, ນາມມີເບຍ, ວັນທີ 22 ກຸມພາ 2023.
ເມື່ອທ່ານນາງຖືກຖາມວ່າ ຍ້ອນຫຍັງທ່ານນາງຈຶ່ງເລືອກມາປະເທດນາມມີເບຍ, ທ່ານນາງຕອບວ່າ ຍ້ອນໄພແຫ້ງແລ້ງ, ແລະເປັນປະເທດທາງພາກໃຕ້ຂອງທະ ວີບອາຟຣິກາ ທີ່ມີປະຊາກອນໜ້ອຍ, ເປັນການແວ່ຢ້ຽມຢາມຄັ້ງທໍາອິດ ໃນອັນທີ່ທໍານຽບຂາວກ່າວວ່າ ເປັນການສະແດງການສະໜັບສະໜຸນ ແລະ ການສະ ແດງຄວາມນັບຖື ຕໍ່ປະຊາຊົນຢູ່ໃນທະວີບອາຟຣິກາ, ແຕ່ ທ່ານນາງໄບເດັນ ບໍ່ໄດ້ລັງເລໃຈ.
ສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ (ຊ້າຍ), ພ້ອມດ້ວຍປະທານາທິບໍດີນາມມີເບຍ ທ່ານເຫດຈ໌ ກິ່ງໂກສ ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວິນໂດເອັກ, ນາມມີເບຍ, ວັນທີ 22 ກຸມພາ 2023.
ທ່ານນາງກ່າວວ່າ “ພວກເຮົາຕ້ອງການມາທີ່ນີ້ ເນື່ອງຈາກວ່າ ເຈົ້າຮູ້ບໍ ປະເທດແຫ່ງນີ້ ຍັງບໍ່ມີປະສົບການຫຼາຍທາງດ້ານປະຊາທິປະໄຕ, ແລະພວກເຮົາກໍມີຄວາມຕ້ອງການສະໜັບສະໜຸນປະຊາທິປະໄຕຢູ່ໃນທົ່ວໂລກ, ພວກເຮົາພົບກັນໃນເດືອນທັນວາທີ່ຜ່ານມາ, ແລະພວກເຮົາກໍສືບຕໍ່ຄວາມສຳພັນອັນນັ້ນ. ໂມນິ ກາ ແລະຂ້າພະເຈົ້າຄິດວ່າ ມັນມີຄວາມປອດໄພ ທີ່ຈະກ່າວວ່າ ພວກເຮົາໄດ້ກາຍມາເປັນເພື່ອນທີ່ດີ ໃນທັນທີ.”
ເພື່ອນຄົນນັ້ນ ກໍແມ່ນສະຕີໝາຍເລກນຶ່ງຂອງນາມມີເບຍ ທ່ານນາງໂມນິກາ ກິ່ງໂກສ ກໍເຫັນພ້ອມນຳ.