10 ມື້ ຫຼັງຈາກເຫດການເຮລີຄອບເຕີຕົກ ທີ່ໄດ້ສັງຫານປະທານາທິບໍດີອີຣ່ານ ໄດ້ເປັນປິດສະໜາທີີ່ຍັງບໍ່ມີຄຳຕອບເທື່ອ

ຮູບຈາກອົງການຂ່າວສາທາລະນະລັດອິສລາມ, IRNA, ຍົນເຮລິຄອບເຕີທີ່ບັນທຸກປະທານາທິບໍດີອີຣ່ານ ທ່ານ ອີບຣາຮິມ ເຣຊີ ບິນຂຶ້ນທີ່ຊາຍແດນອີຣ່ານກັບອາເຈີບາຍຈານ ຫຼັງຈາກປະທານາທິບໍດີເຣຊີ ແລະຄູ່ຮ່ວມຕຳແໜ່ງຈາກອາເຊີບາຍຈານ ທ່ານ ອີລຮານ ອາລີເຢບ ໄດ້ເປີດເຂື່ອນໃນອາເຈີບາຍຈານ, ອີຣ່ານ, ວັນທີ 19 ພຶດສະພາ 2024.

ສິບ​ມື້​ຫລັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣ່ານ​ເສຍ​ຊີ​ວິດ​ ໃນ​ອຸ​ບັດ​ເຫດເຮືອບິນ​ເຮ​ລິ​ຄອບ​ເຕີ ​ຕົກຢູ່​ພາກ​ເໜືອ​ຂອງ​ປະ​ເທດ, ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ບໍ່​ໄດ້​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ເຮ​ລິ​ຄອບ​ເຕີ​ຂອງທ່ານ ຈຶ່ງເປັນລຳ​ດຽວ​ທີ່​ຕົກ​ທ່າມກາງ​ເມກ​ທີ່​ປົກ​ຫຸ້ມ​ຢ່າງ​ໜາ​ແໜ້ນ ໃນ​ຈຳ​ນວນ​ສາມ​ລຳ​ທີ່ນຳ​ພາບັນດາ​ເຈົ້າ​ໜ້າກັບ​ຄືນເມືອ​ ​ອີ​ຣ່ານ ຈາກ​ການ​ຢ້ຽມ​ຢາມ​ເຂດ​ຊາຍ​ແດນ ອາເຈີບາຍຈານ.

ຄຳຖາມທີ່ຍັງບໍ່ໄດ້ຮັບຄຳຕອບອີກຄຳຖາມນຶ່ງກໍແມ່ນຍ້ອນຫຍັງຜູ້ໂດຍສານຄົນ ນຶ່ງໃນເຮືອບິນເຮລິຄອບເຕີລຳນີ້ ຈຶ່ງລອດຊີວິດຈາກອຸບັດເຫດເຮືອບິນຕົກ ໃນວັນທີ 19 ພຶດສະພາຢູ່ແຂວງ ອາເຈີບານຈານ ຕາເວັນອອກຂອງອີຣ່ານ ເປັນເວລາຫຼາຍຊົ່ວໂມງ ແລະ ໄດ້ຮັບສາຍໂທລະສັບຫຼາຍຄັ້ງ, ກ່ອນທີ່ເຈົ້າໜ້າ ທີ່ກູ້ໄພຈະໄປຮອດສະຖານທີ່ເກີດເຫດ ແລະ ພົບເຫັນຜູ້ກ່ຽວເສຍຊີວິດແລ້ວ, ອີງຕາມສື່ຂອງລັດຂອງອີຣ່ານ ກ່າວ.

ຜູ້​ໂດຍ​ສານຄົນນີ້ ​ໄດ້​ຖືກ​ລະບຸໂຕວ່າ​ແມ່ນ​ບາດຫຼວງຊາວ​ອີຣ່ານ ທ່ານ ໂມຮຳມັດ ອາລີ ອາເລຣຮາເຊມ (Mohammad Ali Ale-Hashem), ເຊິ່ງເປັນຜູ້ຕາງໜ້າ​ຂອງ ອາເຈີບາຍຈານຕາເວັນອອກ ຂອງ​ຜູ້ນຳ​ສູງ​ສຸດ ອາຢາໂຕລລາ ອາລີ ຄາເມນີ (Ayatollah Ali Khamenei). ບໍ່​ມີ​ຜູ້​ລອດ​ຊີ​ວິດ​ໃນ​ບັນ​ດາ​ຜູ້​ໂດຍ​ສານ ແລະ​ລູກ​ເຮືອ 8 ຄົນ​ຂອງ​ເຮືອບິນເຮ​ລິ​ຄອບ​ເຕີລໍານີ້, ລວມ​ທັງ​ປະ​ທາ​ນາ​ທິ​ບໍ​ດີ ອີບຣາຮິມ ເຣຊີ (Ebrahim Raisi) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໂຮສເຊນ ອາມີ-ອັບດອລລາຮຽນ (Hossein Amir-Abdollahian).

ການ​ປະ​ເມີນ​ຄັ້ງ​ຫລ້າ​ສຸດ​ ຂອງ​ລັດຖະບານ​ອີຣ່ານ ກ່ຽວກັບອຸບັດ​ເຫດດັ່ງກ່າວ ທີ່​ໄດ້​ເຜີຍ​ແຜ່ໃນ​ລາຍ​ງານ​ໂທລະພາບ​ທີ່​ອອກ​ອາກາດ​ໃນ​ວັນ​ອາທິດທີ່​ຜ່ານ​ມາ ​ທາງ​ຊ່ອງ Network One ຂອງລັດ ກ່າວ​ວ່າ ​ເຈົ້າໜ້າ​ທີ່​ຂອງກອງກຳລັງຂອງ ກອງທັບ "ຍັງຄົງ​ສືບ​ສວນ​ຫາ​ສາ​ເຫດ​ຂອງ​ອຸບັດ​ເຫດດັ່ງກ່າວຢູ່."

ອ່ານຂ່າວນີ້ເປັນພາສາອັງກິດ