ເຂດເສດຖະກິດພິເສດສາມຫຼ່ຽມຄຳໃນລາວ ຍັງຄົງເປັນສູນລວມຂອງບັນດາກຸ່ມແກັ່ງອາດຊະຍາກຳຈີນ

  • ຊົງຣິດ ໂພນເງິນ

ບ່ອນກາສິໂນ King Roman Casino ທີ່ຕັ້ງຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ເປັນບ່ອນກາສິໂນ ຂະໜາດໃຫຍ່ໃນລາວ.

ເຂດເສດຖະກິດພິເສດສາມຫຼ່ຽມຄຳໃນລາວ ຍັງຄົງເປັນສູນລວມຂອງບັນດາກຸ່ມແກັ່ງອາດຊະຍາກຳຈີນ ໂດຍສະເພາະແມ່ນອາດຊະຍາກຳທາງອິນເຕີເນັດ ທີ່ກ່ຽວຂ້ອງໂດຍກົງກັບບ່ອນກາສິໂນ King Roman.

Your browser doesn’t support HTML5

ເຂດເສດຖະກິດພິເສດສາມຫຼ່ຽມຄຳໃນລາວ ຍັງຄົງເປັນສູນລວມຂອງບັນດາກຸ່ມແກັ່ງອາດຊະຍາກຳຈີນ

ສາດສະດາຈານ ດຣ. ປິ່ນແກ້ວ ​ເຫຼືອງ​ອະຫຼ່າມສີ ຜູ້ຊ່ຽວຊານດ້ານສັງຄົມວິທະຍາ ແລະມະນຸດສາດ ມະຫາວິທະຍາໄລຊຽງໃໝ່ ໃຫ້ທັດສະນະວ່າ ເປັນການຍາກຢ່າງຍິ່ງທີ່ບັນດາປະເທດໃນລຸ່ມແມ່ນໍ້າຂອງຈະສາມາດດຳເນີນມາດຕະການປາບປາມແກັ່ງອາດຊະຍາກໍາຊາວຈີນໃຫ້ໝົດໄປຈາກເຂດລຸ່ມແມ່ນໍ້າຂອງໄດ້ຢ່າງສິ້ນເຊີງ ນອກຈາກຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ຈາກ​ບັນດາບໍລິສັດ​ຈີນ ​ທີ່​ລົງທຶນ​ຢູ່​ເຂດ​ພັດທະນາ​ເສດຖະກິດ​ຕ່າງໆ ໂດຍສະເພາະແມ່ນເຂດທີ່ມີບ່ອນກາຊີໂນດ້ວຍນັ້ນ ກໍຄືເຂດທີ່ຫຍຸ້ງຍາກທີ່ສຸດໃນການປາບປາມ ເນື່ອງຈາກວ່າ ນັກລິ້ນການພະນັນສ່ວນໃຫຍ່ ກໍເປັນຊາວຈີນ ໃນຂະນະທີ່ເຈົ້າຂອງບ່ອນກາຊີໂນ ແລະເຄືອຂ່າຍຂອງແກັ່ງອາດຊະຍາກໍາທາງອິນເຕີເນັດ ລວມທັງບັນດາລູກຈ້າງສ່ວນໃຫຍ່ດ້ວຍນັ້ນ ກໍ່ເປັນຄົນຈີນເຊັ່ນດຽວກັນ ຈຶ່ງເປັນການຍາກທີ່ຈະຈຳແນກລະຫວ່າງກຸ່ມອາດຊະຍາກອນ ກັບກຸ່ມທີ່ຕົກເປັນເຫຍື່ອຂອງແກັ່ງອາດຊະຍາກຳ ດັ່ງທີ່ ສາດສະດາຈານ ດຣ. ປິ່ນແກ້ວ ໄດ້ຍົກຕົວຢ່າງ ເຂດເສດຖະກິດພິເສດສາມຫລ່ຽມຄຳໃນລາວ ວ່າ

“ຍ້ອນວ່າທຸລະກິດກາຊີໂນ ຄົນທີ່ເຂົາຈະຈ້າງແມ່ນຄົນທີ່ສາມາດເຂົ້າເຖິງເຕັກໂນໂລຈີເຫຼົ່ານີ້ໄດ້ ພາບທີ່ເຫັນກໍຄືໃນຂະນະທີ່ຄົນຈີນ ໄດ້ພາກັນເຂົ້າມາເປັນຈໍານວນຫຼວງຫຼາຍນັບເປັນແສນຄົນນັ້ນ ຄົນທ້ອງຖິ່ນກໍຖືກໄລ່ອອກໄປ ອັນນີ້ຄືທຸກໆບ່ອນກໍເປັນແບບນັ້ນ ປະເທດລາວກໍຄືກັນ ລອງໄປເບິ່ງໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ຄົນທີ່ເຮັດວຽກຢູ່ໃນນັ້ນ ຖ້າເວົ້າພາສາຈີນບໍ່ໄດ້ ກໍເຮັດວຽກບໍ່ໄດ້ແລ້ວເຈົ້າຈະຂາຍໃຫ້ໃຜ? ກໍ່ໃນເມື່ອລູກຄ້າສ່ວນໃຫຍ່ເປັນກຸ່ມຄົນຈີນ ສະນັ້ນ ຄົນລາວ ຈຶ່ງຕ້ອງໄປຮຽນພາສາຈີນ ຊຶ່ງຈຳນວນ​ຄົນ​ເມື່ອ​ທຽບ​ສັດ​ສ່ວນ​ກັບ​ຄົນ​ຈີນແລ້ວ ມັນກໍ່ຍ່ອມຫນ້ອຍກວ່າຢູ່ແລ້ວ ມັນກໍຄ້າຍຄືກັບກຸ່ມຄົນຈີນໄດ້ພາກັນຍ້າຍຖິ່ນຖານເຂົ້າມາຢູ່."

ສ່ວນລາຍງານຂອງ ຄະນະ​ກຳມາທິການ​ຄວາມ​ໝັ້ນຄົງ​ແຫ່ງ​ລັດ​ ສະພາ​ຜູ້​ແທນ​ລາຊະ​ດອນ​ໄທ ລະບຸວ່າ ເຂດສາມຫລ່ຽມຄຳ ທີ່ເປັນເຂດຊາຍແດນລະຫວ່າງ ມຽນມາ-ລາວ-ໄທ ໃນແມ່ນ້ຳຂອງ ໄດ້ກາຍເປັນສູນລວມຂອງແກັ່ງອາດຊະຍາກຳຈີນ ທີ່ສໍ້ໂກງເອົາຊັບສິນຂອງປະຊາຊົນ ດ້ວຍວິທີຫຼອກລວງຕ່າງໆຜ່ານທາງ ລະບົບອິນເຕີແນັດ ທັງຍັງມີການຄ້າມະນຸດຂ້າມຊາດທີ່ມີເຄືອຂ່າຍຢ່າງກວ້າງຂວາງ ແລະຂະຫນາດໃຫຍ່ທີ່ສຸດໃນໂລກອີກດ້ວຍ.

ໂດຍສາເຫດທີ່ເຮັດໃຫ້ເກີດສະພາບການດັ່ງກ່າວນີ້ ກໍຄື​ການ​ທຸດຈະລິດຂອງ​ບັນ ດາເຈົ້າຫນ້າທີ່ຂອງລັດທີ່ເຂົ້າໄປ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັບກຸ່ມ​ແກັ່ງ​ອາ​ຊະ​ຍາ​ກອນຈີນ ຈຶ່ງບໍ່ໄດ້ມີການປາບປາມຢ່າງຈິງຈັງ ໂດຍຫຼ້າສຸດ ທ່ານ​ນາງ ​ແພທອງທານ ຊິນ​ນະ​ວັດ ນາຍົກລັດຖະມົນຕີ​ໄທ ຈຶ່ງໄດ້ອອກຄຳສັ່ງໃຫ້ທາງການຕຳຫຼວດໄທ ຈະ​ຕ້ອງ​ເລັ່ງລັດໃນການເສີມຂະຫຍາຍການຮ່ວມມືກັບທາງການ​ຕຳຫຼວດ​ຂອງ​ບັນດາ​ປະ​ເທດ​ໃນລຸ່ມ​ແມ່​ນ້ຳຂອງດ້ວຍກັນຢ່າງຈິງຈັງ ດັ່ງ​ທີ່ ​ທ່ານ​ນາງ​ ແພທອງ​ທານ ​ໄດ້​ມີຄຳ​ສັ່ງ​ຕໍ່ກອງບັນຊາ​ການຕຳຫຼວດ​ແຫ່ງຊາດ​ໄທ​ ວ່າ “ໃນ​ເລື່ອງ​ຂອງເຕັກ​ໂນ​ໂລ​ຈີ​ທີ່​ອາ​ຊະ​ຍາ​ກອນ​ຈະ​ໃຊ້​ເປັນ​ຊ່ອງ​ທາງ​ໃນການ​ຫຼອກ​ລວງ​ປະຊາຊົນ ອັນນີ້ ກະ​ຂໍ​ໃຫ້​ມີ​ການ​ປັບປຸງ​ໃຫ້ເທົ່າທັນຢ່າງ​ຕໍ່​ເນື່ອງ​ ຄຽງຄູ່ໄປກັບການແກ້ໄຂກົດໝາຍ ຫຼືອອກມາດຕະການ ຊຶ່ງຈະ​ຊ່ວຍ​ໃນການປາບປາມອາຊະຍາ​ກຳ​ຢ່າງ​ມີ​ປະສິດທິ​ພາບ ບໍ່ວ່າຈະເປັນໃນເລື້ອງຂອງການຍຶດຊັບສິນຂອງຜູ້ກະທຳຜິດກົດໝາຍ ຫຼືການດັດແປງສະກຸນເງິນດິຈິໂຕລ ຫຼືຊັບສິນດິຈິໂຕລອື່ນໆ ຖ້າເຮົາສາມາດຮ່ວມມືກັບປະເທດເພື່ອນບ້ານໄດ້ ຫຼືວ່າ ປະເທດທີ່ກ່ຽວຂ້ອງ ອັນນີ້ກໍເປັນສິ່ງທີ່ຈະຊ່ວຍໄດ້ ຈຶ່ງຂໍໃຫ້ປະຕິບັດຢ່າງຈິງຈັງ.”

ໂດຍການຮ່ວມມືໃນການປາບປາມອາດຊະຍາກຳທາງເທັກໂນໂລຈີໃນ​ເຂດ​ຊາຍ​ແດນແມ່ນ້ຳ​ຂອງ​ ລະ​ຫວ່າງ ຈີນ-​ລາວ​-ມຽນມາ ແລະໄທ ຫຼືວ່າ ​ເຂດ​ສາມ​ຫລ່ຽມຄຳ ໃນຊ່ວງປີ 2023-2024 ທີ່ຜ່ານມາ ສາມາດຈັບກຸມ ແລະສົ່ງມອບຕົວຜູ້ຕ້ອງຫາສັນຊາດຈີນ 67,000 ກວ່າຄົນ ໃຫ້ກັບທາງການຕຳຫຼວດຈີນ ຊຶ່ງໃນນີ້ລວມຜູ້ຕ້ອງຫາ 15,970 ຄົນ ທີ່ຖືກຈັບຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳທີ່ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວດ້ວຍ ໂດຍທັງ​ໝົດ​ເປັນ​ສະ​ມາ​ຊິກ​ໃນ​ເຄືອ​ຂ່າຍ​ດຽວ​ກັນ ​ທີ່​ເຊື່ອມ​ໂຢງ​ກັບແກັ່ງອາຊະຍາກອນຈີນ ​ທີ່ຫລົບ​ລີ້ຢູ່ໃນເຂດສາມຫລ່ຽມຄຳໃນປັດຈຸບັນ.